ອີຢິບຊຸກຍູ້ການຮ່ວມມືຫຼາຍດ້ານກັບອາຊຽນ

ອີຢິບຊຸກຍູ້ການຮ່ວມມືຫຼາຍດ້ານກັບອາຊຽນ - ảnh 1
(ທ່ານ​ເລ​ຂາ​ທິການ​ໃຫຍ່​ອາ​ຊຽນ ​ເລ​ເລືອ​ງມິ​ງ)

(vovworld) – ວັນ​ທີ 05/09, ທ່ານປະທານາທິບໍດີ​ອີ​ຢິບ Abdel Fattah Al Sisi ​ໄດ້​ໄປ​ຢ້ຽມຢາມ​ຄະນະ​ເລ​ຂາ​ອາ​ຊຽນ ​ແລະ ມີ​ການ​ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່ອາ​ຊຽນ ​ເລ​ເລືອ​ງມິ​ງ. ທີ່​ການ​ພົບ​ປະ, ທ່ານ​ເລ​ຂາ​ທິການ​ໃຫຍ່ ​ເລ​ເລືອ​ງມິ​ງ ​ໄດ້​ຕີ​ລາຄາ​ສູງ ຄວາມ​ເອົາ​ໃຈ​ໃສ່​ຂອງ​ອີ​ຢິບ ​ໃນ​ການ​ຊຸກ​ຍູ້​ການ​ພົວພັນ​ທີ່​ດີ ກັບ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ສືບ​ຕໍ່​ສຳ​ພັດ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ​ ນັບ​ທັງ​ທາງ​ດ້ານ​ກາ​ນທູດ​ໃນ​ພາ​ກພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​​ໃຕ້. ທ່ານ​ເລ​ເລືອ​ງ​ມິ​ງ ​ເນັ້ນ​ໜັກ​ວ່າ, ອາ​ຊຽນ ພວມ​ມາ​ນະພະ​ຍາ​ຍາມ ປະຕິບ​ັດສຳ​ເລັດ​ແຜນການ​ຂອງ​ຕົນ ​ແລະ ໜຶ່ງ​ໃນ​ບັນດາ​ປັດ​​ໄຈ​ສຳຄັນ​ແມ່ນ​ເປີດ​ກວ້າງ​ການ​ພົວພັນ​ທາງ​ການ​ທູດ​ຂອງ​ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​​ໃໝ່ ​ແລະ ພວມ​ພົ້ນ​ເດັ່ນ​ຄື​ອາ​ຟະ​ລິ​ກາ ​ກໍຄື​ພາກຕາ​ເວັນ​ອອກ​ກາງ. ກໍ​ທີ່​ການ​ພົບ​ປະ, 2 ຝ່າຍ​​ໄດ້​ເຫັນ​ດີ​ສືບ​ຕໍ່​ຊອກ​ຮູ້ການ​ຮ່ວມ​ມື​ໃນບັນດາ​ຂົງ​ເຂດ​ຢ່າງ​ແໜ້ນ​ແຟ້ນຄື: ການ​ສຶກສາ, ທ່​ອງທ່ຽວ, ອະນຸລັກ​ຮັກ​ສາ​ມໍລະດົກ​ວັດທະນະທຳ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ, ​ໃນ​ນັ້ນ​ມີ​ການ​ຕໍ່ສູ້​ຕ້ານ​ລັດທິກໍ່ການ​ຮ້າຍ, ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ຂົງ​ເຂດ​ອື່ນໆ​ອີກ.

ຂ່າວ/ບົດ​ອື່ນ