ອີຢີບປະກາດໃຊ້ກົດໝາຍວ່າດ້ວຍການເລືອກຕັ້ງສະບັບປັງປຸງ

ອີຢີບປະກາດໃຊ້ກົດໝາຍວ່າດ້ວຍການເລືອກຕັ້ງສະບັບປັງປຸງ - ảnh 1
ສະພາແຫ່ງຊາດ ອີຢີບ (ພາບ: AFP)

(vovworld) - ທ່ານ​ປະທານາທິບໍດີ ອີ​ຢີບ Abdel Fattah Al Sisi ​ໄດ້​ເຊັນ​ປະກາດ​ໃຊ້​ກົດໝາຍວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະບັບ​ປັບປຸງ, ​ເປີດ​ຊ່ອງ​ທາງ​ໃຫ້​ການຈັດ​ຕັ້ງ​ການ​ເລືອ​ຕັ້ງ​ ສະພາ​ແຫ່ງ​ຊາດ ຊຶ່ງ​ຖືກ​ໂຈະ​ໄວ້​ມາ​ແຕ່ດົນ​ແລ້ວ. ການ​ເລືອ​ກຕັ້ງສະພາ​ແຫ່ງ​ຊາດ ອີ​ຢີບ ​​ໃນເບື້ອງ​ຕົ້ນ​ຄາດ​ວ່າ: ຈະ​ດຳ​ເນີນ​ໃນ​​ລະຫວ່າງ​ວັນ​ທີ 21/3 – 7/5, ​ແຕ່​ຖືກ​ໂຈະ​ໄວ້​ພາຍຫລັງທີ່ສານ​ລັດຖະທຳ​ມະນູ​ນປະ​ເທດ​ນີ້ ຕັດສິນວ່າ: ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ແປ່​ງປັນ​ຫົວ​ໜ່ວຍການ​ເລືອ​ກຕັ້ງບໍ່​ເໝາະ​ສົມ​ກັບລັດຖະທຳ​ມະນູນ ​ຍ້ອນ​ລະ​ເມີດ​ບັນດາ​ຫລັກການ​ຍຸຕິ​ທຳ ​ແລະ ອັດຕາ​ສ່ວນຜູ້ຕາງໜ້າ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ຕາມ​ກົດໝາ​ຍສະບັບ​ປັບປຸງ, 448 ທີ່​ນັ່ງໃນ​ສະພາ​ແຫ່ງ​ຊາດ​ຈະ​ໄດ້​ແຈກ​ຢາຍ​ໃຫ້​ບັນດາ​ຜູ້​ອອກ​ສະໝັກ​ເລືອກ​ຕັ້ງ​ເອກະລາດ ​ແລະ 120 ທີ່​ນັ່ງ​ແມ່ນ​ສະຫງວນ​ໃຫ້​ຜູ້ຕາງໜ້າ​​ພັກຕ່າງໆ, ​ໃນ​ນັ້ນ​ໄດ້ກຳນົດ​ຈຳນວນສະມາຊິກ​ເປັນ​ແມ່ຍິງ, ຊາວ​ໜຸ່ມ ​ແລະ ຜູ້​ຖືສາສະໜາ​ກາ​ໂຕ​ລິກ. ກົດ​ໝາຍວ່າ​ດ້ວຍ​ການ​​ເລືອກ​ຕັ້ງກ່ອນ​ນີ້ ​ໄດ້​ສະຫງວນ 420 ທີ່​ນັ່ງ​ໃຫ້ ຜູ້​ອອກ​ສະໝັກ​ເລືອກ​ຕັ້ງ​ເອກະລາດ ​ແລະ 120 ທີ່​ນັ່ງໃຫ້​ພັກຕ່າງໆ.

ຂ່າວ/ບົດ​ອື່ນ