ອີຢູຮັກສາບັນດາມາດຕະການລົງໂທດເລັ່ງໃສ່ລັດເຊຍ

 ອີຢູຮັກສາບັນດາມາດຕະການລົງໂທດເລັ່ງໃສ່ລັດເຊຍ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V.Putin
photo:internet

(vovworld)- ​ວັນ​ທີ 30/9, ວົງ​ການ​ເຈົ້າ​ຫນ້າ​ທີ່ສະ​ຫະ​ພາບ​ເອີ​ລົບ(ອີ​ຢູ) ໄດ້​ປະ​ກາດ​ວ່າ: ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອີ​ຢູ ຕົກ​ລົງ​ຮັກ​ສາ​ການ​ລົງ​ໂທດ​​ຈັດ​ວາງ​​ສຳ​ລັບ​ລັດ​ເຊຍທີ່​ກ່ຽວ​ຂ້ອງ​ເຖິງວິ​ກິດ​ການ ຢູ​ແກຼນ. ຕາມ​ບັນ​ດາ​ເຈົ້າ​ຫນ້າ​ທີ່ ອີ​ຢູ ແລ້ວ, ປະ​ຈຸ​ບັນ ບໍ່​ທັນ​ຮອດ​ຈຸດ​ເວ​ລາ​ຍົກ​ເລີກ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ດັ່ງ​ກ່າວ ເຖິງວ່າ ຂໍ້​ຕົກ​ລົງ​ຢຸ​ດ​ຍິງ​ລະ​ຫວ່າງ​ບັນ​ດາ​ຝ່າຍ​ໄດ້​ຮັບ​ການ​ປະ​ຕິ​ບັດ​ເມື່ອ​ວັນ​ທີ 5/9. ອີ​ຢູ ຖື​ວ່າ: ຂໍ້​ຕົ​ກ​ລົງ​ນີ້ ແມ່ນ​ບາດ​ກ້າວ​ຕັ້ງ​ຫນ້າ​ທຳ​ອິດ ເພື່ອ​ກ້າວ​ໄປ​ເຖິງ​​ການ​ຢຸດ​ຕິ​ສະ​ພາບ​​ປະ​ທະ​ກັນ​ທີ່​ແກ່​ຍາວ​ໃນ 5 ເດືອນ​ຜ່ານ​ມາ ຢູ່​ບັນ​ດາ​ແຂວງ​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ແກຼນ.  ທ່ານ Herman Van Rompuy, ປະ​ທານ​ສະ​ພາ​ເອີ​ລົບ (EC) ໃຫ້​ຮູ້​ວ່າ: ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ລັດ​ເຊຍ ອາດ​ຈະ​ຖືກ​ດັດ​ປັບ, ຢຸດ​ຕິ, ຊ້ຳ​ບໍ່​ໜຳ​ຈະ​​ຖ​ືກຍົກ​ເລີກ​ຢ່າງ​ສິ້ນ​ເຊ​ິງ, ​ແຕ່​ຕ້ອງ​ອີງ​ໃສ່​ສະ​ພາບ​ຄວາມ​ສະ​ຫງົບ​ປອດ​ໄພ​ຢູ່​ບັນ​ດາ​ແຂວງ ພາກ​ຕາ​ເວັນ​ອອກ​ຢູ​ແກຼນ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ