ອີຢູຮັບຮອງເອົາແຜນການຈັດແບ່ງຊາວອົບພະຍົບ120.000ຄົນ

ອີຢູຮັບຮອງເອົາແຜນການຈັດແບ່ງຊາວອົບພະຍົບ120.000ຄົນ - ảnh 1
(ພາບປະກອບ: TTXVN)

(vovworld) – ຄໍ່າ​ຄືນ​ວັນ​ທີ 22/09, ດ້ວຍ​ບັດ​ສະໜັບສະໜູນ​ກວນ​ສ່ວນ​ຫຼາຍ, ບັນດາ​ລັດຖະມົນຕີ​ກະຊວງ​ພາຍ​ໃນ​ຂອງ​ສະຫະພາບ​ເອີ​ລົບ (ອີ​ຢູ) ​ໄດ້​ຮັບຮອງ​ເອົາ​ແຜນການຈັດ​ແບ່ງ​ຊາວ​ອົບ​ພະ​ຍົບ 120.000 ຄົນ ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ​ໃນ​ກຸ່ມ, ​ເພື່ອ​ຫຼຸດຜ່ອນ​ຈຳນວນ​ຊາວ​ອົບ​ພະຍົບໃຫ້​ບັນດາ​ປະ​ເທດ​ຄື ​ເກຼັກ, ອິຕາ​ລີ ​ແລະ ຮຸງ​ກາ​ຣີ. ຕາມ​ອີ​ຢູ ​ແລ້ວ, ​ໃນ​ຈຳນວນຊາວ​ອົບ​ພະຍົບ 120.000 ຄົນ, ມີ​ປະທານ 66.000 ​ຄົນ​ທີ່ໄດ​້ຮັບ​ກົດ​ລະບຽບ​ອົບ​ພະຍົບ​ແລ້ວ ຈະ​ໄດ້​ຈັດວາງ​ຄືນ​ໃໝ່​ໃຫ້​ເກຼັກ ​ແລະ ອີ​ຕາ​ລີ. ສິ່ງ​ດັ່ງກ່າວ​ກໍ​ໝາຍ​ຄວາມ​ວ່າ, 54.000 ຄົນ​ທີ່ຍັງ​​ເຫຼື​ອ​ເຊິ່ງຖືກ​ຮຸງ​ກາ​ຮີ ປະຕິ​ເສດ​ໄດ້​ຈັດ​ວາງ​ຄືນ​ໃໝ່​ໃຫ້​ຮຸງ​ກາຣີ.

        ​ໃນ​ເຫດການ​ທີ່​ກຽວ​ຂ້ອງ, ວັນ​ທີ 22/09, ​ຫົວ​ໜ້າຂະ​ຫຼວງ​ໃຫຍ່​ສະ​ຫະປະຊາ​ຊາດ​ເພື່ອ​ຊາວ​ອົບ​ພະຍົບ (UNHCR), ທ່ານ Antonio Guterres ​ໄດ້​ຮຽກຮ້ອງ​​ໃຫ້​ບັນດາ​ປະ​ເທດ​ເອີ​ລົບ ສະ​ແດງ​ນ້ຳ​ໃຈ​ສາມັກຄີ ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ຊາວ​ອົບ​ພະຍົບ. ​ໃນ​ຂະນະ​ນັ້ນ, ​ໂຄສົກ UNHCR, ທ່ານ​ນາງ Melissa Fleming ​​ເນັ້ນ​ໜັກ​ວ່າ, ຄວາມ​ຕ້ອງການ​ຮີບ​ດ່ວນ​ຂອງ​ອີ​ຢູ ​ໃນ​ຈຸດ​ເວລາ​ນີ້​ແມ່ນ​ເຫັນ​ດີ​ຕໍ່​ມາດ​ຕະການ​ແກ້​ໄຂ​ເພື​່ອຄວບ​ຄຸມ​ວິ​ກິດ​ການ ຊາວ​ອົບ​ພະຍົບທີ່ພວມ​ຍູ້ໃຫ້​ທະວີບ​ນີ້​ຕົກ​ເຂົ້າ​ສູ່າສະພາບ​ວຸ່ນວາຍ​ທີ່​ບໍ່​ເຄີ​ຍມີ​ມາ​ກ່ອນ.

ຂ່າວ/ບົດ​ອື່ນ