ອີຣັກ:ລູກລະເບີກຕົກຈາກເຮືອບິນສຸ້ຮົບ,ຢ່າງໜ້ອຍສຸດມີ7ຄົນເສຍຊີວິດ

ອີຣັກ:ລູກລະເບີກຕົກຈາກເຮືອບິນສຸ້ຮົບ,ຢ່າງໜ້ອຍສຸດມີ7ຄົນເສຍຊີວິດ - ảnh 1
ສ​ະ​ຖານ​ທີ່​ເກີ​ດ​ເຫດ
(ພາບ: AP)

(vovworld) – ບັນ​ດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ສາ​ທາ​ລະ​ນະ​ສຸກ ອີ​ຣັກ ໃຫ້​ຮູ້​ວ່າ: ລູກ​ລະ​ເບີດ​ໜ່ວຍ​ໜຶ່ງ​ຕົກ​​ຈາກ​ເຮືອ​ບິນ​ສູ້ຮົບ Sukhoi ຂອງກອງ​ທັບ​ປະ​ເທດນີ້ໂດຍ​ບັງ​ເອີນ ແລະ ລະ​ເບີດ​ຂຶ້ນ​ຢູ່​ທາງ​ທິດ​ຕ​າ​ເວັນ​ອອກ​ຂອງ​ນະ​ຄອນຫຼວງ ແບກ​ແດດ ເມື່ອ​ວັນ​ທີ 6/7, ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 7 ຄົນ​ເສ​ຍ​ຊີ​ວິດ ແລະ ອີກ 11 ຄົນ​ຮັບ​ບ​າດ​ເຈັບ. ໂຄ​ສົກ​ຂອງ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ອີ​ຣັກ, ພົນ​ວາ​ທີ Saad Maan ຮັບ​ຮູ້​ວ່ານີ້ແມ່ນ​ຍ້ອນ “ບັນ​ຫາ​ດ້ານ​ເຕັກ​ນິກ”, ​ລູກ​ລະ​ເບີດ​ໜ່ວຍ​ໜຶ່ງ​ໄດ້​ຕົກ​ໃສ່​ເຮືອນ 3 ຫຼັງ​ຢູ່​ເຂດ Jadida ຂອງ ແບດ​ແດດ, ໃກ້​ກັບ​ຖານ​ທີ່​ໝັ້ນ​ຂອງ​​ທັບ​ອາ​ກາດ Rasheed.

        ປີ​ກ່ອນ, ອີ​ຣັກ ໄດ້​ຊື້​ເຮືອ​ບິນ​ສູ້​ຮົບ Sukhoi Su – 25 ຈາກ ລັດ​ເຊຍ ແລະ ອີ​ຣານ ເພື່ອ​ເພີ່ມ​ທະ​ວີ​ກຳ​ລັງ​ປ້ອງ​ກັນ​ອາ​ກາດ​ທີ່​ອ່ອນ​ດ້ອຍ​ຂອ​ງ​ຕົນແນ​ໃສ່​ຮັບ​ມື​ກັບ​​ອົງ​ການ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ, ເຊິ່ງ​ແມ່ນກຳ​ລັງ​​ທີ່ພວມ​ຄວບ​ຄຸມ​ເຂດ​ດິນ​ແດນ​ທີ່​ກ້​ວາງ​ໃຫຍ່​ຢູ່​ປະ​ເທດ​ເຂດ​ອ່າວນີ້.


ຂ່າວ/ບົດ​ອື່ນ