(vovworld) - ຕອນເຊົ້າວັນທີ 14/06, ປະຊາຊົນ ອີຣານ ເລີ່ມໄປປ່ອນປັດເລືອກຕັ້ງຜູ້ສືບທອດທ່ານປະທານາທິບໍດີ Mahmoud Ahmadinejad, ຜູ້ທີ່ດຳລົງຕໍາແໜ່ງເປັນ 2 ອາຍຸການຢ່າງລຽນຕິດ ແລະ ຕາມລະບຽບກົດໝາຍແມ່ນບໍ່ສາມາດອອກສະໝັກຮັບເລືອກຕັ້ງ. ການເລືອກຕັ້ງຈັດຂຶ້ນໃນສະພາບທີ່ບັນດາປະເທດໃນເຂດອ່າວ ດັ່ງກ່າວພວມຢືນຢູ່ຕໍ່ໜ້າຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນການລົງໂທດດ້ານເສດຖະກິດຢ່າງເຄັ່ງຄັດຂອງອາເມລິກາ ແລະ ບັນດາປະເທດຝ່າຍຕາເວັນຕົກ ກໍຄືຄວາມກົດດັນຈາກສາກົນເພີ່ມຂຶ້ນສຳລັບບັນດາໂຄງການນິວເຄຼຍຂອງປະເທດນີ້. ກ່າວຄຳເຫັນທາງໂທລະພາບແຫ່ງລັດ ເຊິ່ງໄດ້ຖ່າຍຖອດສົດ, ຜູ້ນຳອີຣານ ທ່ານ Ali Khamenei ໄດ້ກະຕຸກຊຸກຍູ້ປະຊາຊົນອີຣານ ເຂົ້າຮ່ວມການເລືອກຕັ້ງຢ່າງຕັ້ງໜ້າ, ພ້ອມທັງຢືນຢັນການເຂົ້າຮ່ວມຂອງປະຊາຊົນປະເທດນີ້ຈະເປັນການຕັດສິນອະນາຄົດຂອງປະເທດຊາດ.
ຕາມກະຊວງພາຍໃນອີຣານ ແລ້ວ, ມີຜູ້ມີສິດເລືອກຕັ້ງ 50,5 ລ້ານຄົນມີ ຖານະຢ່າງພຽວພໍ ເພື່ອເຂົ້າຮ່ວມການເລືອກຕັ້ງໃນຄັ້ງນີ້, ເພື່ອເລືອກເອົາ 1 ໃນຈຳນວນຜູ້ອອກສະໝັກຮັບເລືອກຕັ້ງ 6 ທ່ານ ເພື່ອແທນໃຫ້ທ່ານປະທານາທິບໍດີ Ahmadinejad.