ອີ​ຣານ ດຳ​ເນີນ​ການຊ້ອມ​ຮົບ​ຢູ່​ພາກ​ຕາ​ເວັນ​ຕົກ

(VOVWORLD) - ການຊ້ອມຮົບເລີ່ມແຕ່ວັນທີ 9 ສິງຫາ ແລະ ຄາດວ່າຈະແກ່ຍາວຮອດວັນທີ 14 ສິງຫາ, ດຳເນີນຢູ່ແຂວງ Kermanshah ຕິດກັບຊາຍແດນຂອງ ອີຣັກ.
ອີ​ຣານ ດຳ​ເນີນ​ການຊ້ອມ​ຮົບ​ຢູ່​ພາກ​ຕາ​ເວັນ​ຕົກ - ảnh 1ອີຣານ ດຳເນີນການຊ້ອມຮົບຢູ່ພາກຕາເວັນຕົກ (ພາບ: AFP/TTXVN)

ສຳນັກຂ່າວສານທາງການ IRNA ຂອງອີຣານໄດ້ລົງຂ່າວທີ່ວ່າ ກຳລັງພິທັກປະຕິວັດອິດສະລາມ ອີຣານ (IRGC) ພວມດຳເນີນການຊ້ອມຮົບ ຢູ່ພາກຕາເວັນຕົກຂອງປະເທດນີ້, ໃນສະພາບການຄວາມເຄັ່ງຕຶງເພີ່ມຂຶ້ນຢ່າງແຮງກັບ ອິດສະລາແອັນ.

ການຊ້ອມຮົບເລີ່ມແຕ່ວັນທີ 9 ສິງຫາ ແລະ ຄາດວ່າຈະແກ່ຍາວຮອດວັນທີ 14 ສິງຫາ, ດຳເນີນຢູ່ແຂວງ Kermanshah ຕິດກັບຊາຍແດນຂອງ ອີຣັກ. ການຊ້ອມຮົບແມ່ນເພື່ອແນໃສ່ເພີ່ມທະວີຄວາມສາມາດກຽມພ້ອມໃນການສູ້ຮົບ ແລະ ຍົກສູງສະຕິລະວັງຕົວ. ການຊ້ອມຮົບໄດ້ດຳເນີນໃນສະພາບການອີຣານຖະແຫຼງຈະມີການກະທຳໂຕ້ຕອບ ອິດສະລາແອັນ ພາຍຫຼັງເຫດການທ່ານ Ismail Haniyeh ການນຳການເມືອງຂອງຂະບວນການ ອິດສະລາມ ຮາມາດສ ຖືກລອບສັງຫານຢູ່ ເຕເຮຣານໃນວັນທີ 31 ກໍລະກົດ. ອີຣານ ແລະ ຮາມາດກ່າວຫາ ອິດສະລາແອັນ ໜູນຫຼັງເຫດການດັ່ງກ່າວ ໃນຂະນະທີ່ ອິດສະລາແອັນບໍ່ຍອມຮັບ ຫຼືປະຕິເສດຂໍ້ກ່າວຫາ.

ຕອບກັບ

ຂ່າວ/ບົດ​ອື່ນ