ອີຣານ ບໍ່ຍອມຈຳນົນຕໍ່ກຳລັງດັນຂອງຝ່າຍຕາເວັນຕົກ

ອີຣານ ບໍ່ຍອມຈຳນົນຕໍ່ກຳລັງດັນຂອງຝ່າຍຕາເວັນຕົກ - ảnh 1
ທ່ານ​ປະທານ​ນາ​ທິບໍດີ ອີຣານ Mahmoud Ahmadinejad

( vovworld ) - ທ່ານ​ປະທານ​ນາ​ທິບໍດີ ອີຣານ Mahmoud Ahmadinejad ​ໄດ້​ຖະ​ແຫຼ​ງວ່າ​ ຈະ​ບໍ​່ຍອມ​ຈຳນົນ​ຕໍ່ກຳລັງດັນ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ໃນ​ສະພາບ​ການ​ທີ່ປະ​ເທດ​ອິດສະ​ລາມນີ້​ພວມ​ປະ​ເຊີນ​ໜ້າ​ກັບຄວາມ​​ເຄັ່ງ​ຕຶງທີ່ພວມ​ເພີ່ມ​ຂື້ນ​, ເຊິ່ງກ່ຽວ​ຂອງ​ເຖິງ​ບັນຫາ​ນິວ​ເຄຼີຍຂອງ​ຕົນ. ຄຳ​ຖະ​ແຫຼ​ງດັ່ງ​ກ່າວ​​ໂດຍ​ທ່ານ Ahmadinejad ຍົກ​ອອກ​ໃນ​ວັນ​ທີ 11 ກຸມພາ ​ໃນ​​ງານ​ໂຮມຊຸນ​ຸມຂະໜາດ​ໃຫຍ່​ ເຊິ່ງຖື​ກຈັດ​ຂື້ນ​ຢູ່​ນະຄອນຫຼວງ ​ເຕ​ເຣຣານ ( ປະ​ເທດ ອີຣານ ) ​ເພື່ອ​ສະ​ເຫຼີມສະຫຼອງ 33 ປີ​ແຫ່ງ​ປີ​ທີ່ການປະຕິວັດອິດສະ​ລາມ​ໂຄ່ນ​ລົ້ມ​ລະບອບລາຊະ​ທິປະ​ໄຕ​ນິຍົມ ອາ​ເມ​ລິ​ກາ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານາທິບໍດີ ອີຣານ ກໍ​ໃຫ້​ຮູ​ວ່າ, ​ໃນ 2 - 3 ວັນ​ທີ່​ຈະ​ມາ​ເຖິງ, ​ໂລກ​ຈະ​​ເປັນ​ສັກຂີພິຍາມ​​ເລື່ອງ​ ອີຣານ ​ປະກາດ​ບັນດາໝາກຜົນ​ທີ່ສຳຄັນດ້ານ​ນິວ​ເຄຼີຍ​.
ຂ່າວ/ບົດ​ອື່ນ