ອີຣານ ແລະ ກຸ່ມ P5+1 ບັນລຸໄດ້ກອບຂໍ້ຕົກລົງ

ອີຣານ ແລະ ກຸ່ມ P5+1 ບັນລຸໄດ້ກອບຂໍ້ຕົກລົງ - ảnh 1
(ພາບປະກອບ: Reuters)

(vovworld) – ​ພາຍຫຼັງ​ການ​ເຈລະຈາ​ເປັນ​ເວລາ 8 ວັນ, ວັນ​ທີ 02/04, ກຸ່ມ P5+1 (ເຊິ່ງ​ລວມ​ມີ 5 ປະ​ເທດກຳມະການ​ປະຈຳ​ສະ​ພາ​ຄວາມ​ໝັ້ນ​ຄົງສ​ປ​ຊ ແມ່ນ: ອາ​ເມ​ລິ​ກາ, ອັງ​ກິດ, ຝ​ຣັ່ງ, ລັດ​ເຊຍ, ຈີນ ແລະ ເຢຍ​ລະ​ມັນ) ​ແລະ ອີຣານ ​ບັນລຸ​ໄດ້​ກອບ​ຂໍ້​ຕົກລົງ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​​ເຕ​ເຮຣານ. ບັນດາ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກທີ່​ໃກ້​ຊິດກັບ​ວິວັດ​ການ​ເຈລະຈາ​ຢູ່​ນະຄອນ Lausanne ປະ​ເທດ​ສະ​ວິດ ​ໃຫ້​ຮູ້​ວ່າ, P5+1 ​ແລະ ອີຣານ ​ໄດ້​​ເຫັນ​ດີ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ ​ແລະ ​​ມີ​ທິດທາງ​ໃຫຍ່, ​ເປີດ​ຊ່ອງ​ທາງ​ເພື່ອ​ກ້າວ​ໄປ​ເຖິງ​ຂໍ້​ຕົກລົງ​ສຸດ​ທ້າຍ​ໃນ 3 ​ເດືອນ​ທີ່​ຍັງ​ເຫຼືອ (ວັນ​ທີ 30/06). ບັນດາ​ເຈົ້າ​ໜ້າ​ທີ່​ໃຫ້​ຮູ້​ວ່າ, ​ເນື້ອ​ໃນ​ຕ່າງໆ​ໄດ້​ຮັບ​ຄວາມ​ເຫັນ​ດີ ບໍ່​ໄດ້​​ເປີດ​ຄວາມ​ລັບ ຍ້ອນ 2 ຝ່າຍ​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ​ໃນ​ວິທີ​ການປະກາດບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້.

ຂ່າວ/ບົດ​ອື່ນ