ອີຣານ ແລະ ອີຣັກ ຊຸກຍູ້ການຮ່ວມມືດ້ານການທະຫານ

(VOVWORLD) - ວັນທີ 23 ກໍລະກົດ, ອີຣານ ແລະ ອີຣັກ ເຊັນຂໍ້ຕົກລົງກ່ຽວກັບການເພີ່ມທະວີການຮ່ວມມືດ້ານການທະຫານ ແລະ ຊຸກຍູ້ການສູ້ຮົບຕ້ານ “ລັດທິກໍ່ການຮ້າຍ ແລະ ລັດທິຫົວຮຸນແຮງ”. 
ອີຣານ ແລະ ອີຣັກ ຊຸກຍູ້ການຮ່ວມມືດ້ານການທະຫານ - ảnh 1 ທ່ານ Hossein Dehghan ລັດຖະມົນຕີກະຊວງປ້ອງກັນປະເທດ ອີຣານ (ພາບ:  EPA/TTXVN)

ທ່ານ Hossein Dehghan ລັດຖະມົນຕີກະຊວງປ້ອງກັນປະເທດ ອີຣານ ແລະ ຄູ່ຕຳແໜ່ງ ອີຣັກ Erfan al-Hiyali ເຊັນບົດບັນທຶກຊ່ວຍຈຳຢູ່ນະຄອນຫລວງ Tehran, ລວມມີເນື້ອໃນການຮ່ວມມືຫລາຍຢ່າງ. ເປີດກ້ວາງການຮ່ວມມື ແລະ ແລກປ່ຽນບົດຮຽນໃນບັນດາຂົງເຂດຕ້ານກໍ່ການຮ້າຍ ແລະ ລັດທິຫົວຮຸນແຮງ, ຄວາມສະຫງົບປອດໄຟຢູ່ເຂດຊາຍແດນ, ການສຶກສາ, ກໍ່ຄືການໜູນຊ່ວຍດ້ານເຕັກນິກ ແລະ ການທະຫານແມ່ນສ່ວນໜຶ່ງໃນບົດບັນທຶກຊ່ວຍຈຳ. ການພົວພັນ ອີຣານ - ອີຣັກ ໄດ້ຮັບການປັບປຸງ ນັບແຕ່ເຫດໂຄ່ນລົ້ມອະດີດປະທານາທິບໍດີ ອີຣັກ Saddam Hussein ໃນປີ 2003 ແລະ ລັດຖະບານໂດຍຊາວມຸດສະລິມ ນິກາຍ Shiite ນຳໜ້າຂຶ້ນກຳອຳນາດຢູ່ປະເທດນີ້. ອີຣານ ແມ່ນປະເທດມີຊາວມຸດສະລິມນິກາຍ Shiite ກວມເອົາສ່ວນຫລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ