ອີຣານ:ບັນດາຝ່າຍເຈລະຈານິວເຄຼຍ“ບໍ່ເຊື່ອໝັ້ນກັນ”

ອີຣານ:ບັນດາຝ່າຍເຈລະຈານິວເຄຼຍ“ບໍ່ເຊື່ອໝັ້ນກັນ” - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ
Abbas Araghchi

(vovworld) – ໃນ​ຖະ​ແຫຼງ​ການ​ເມື່ອ​ວັນ​ທີ 6/6, ຫົວ​ໜ້າ​ຄະ​ນະ​ເຈ​ລະ​ຈາ ນິວ​ເຄຼຍ ອີ​ຣານ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ Abbas Araghchi ໃຫ້​ຮູ້​ວ່າ: ບໍ່​ມີ​ຄວາມ​ເຊື່ອ​ໝັ້ນ​ເຊິ່​ງ​ກັນ ແລະ ກັນ ໃນ​ການ​ເຈ​ລະ​ຈາ​ລະ​ຫວ່າງ ເຕ​ເຮ​ຣານ ແລະ ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ, ແລະ ແຕ່​ລະ​ຝ່າຍ​ຍັງ​ອາດ​ສາ​ມາດ​ປະ​ລະ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ພາ​ຍຫຼັງ​ເອ​ກະ​ສານ​ດັ່ງ​ກ່າວ​ໄດ້​ຮ​ັບ​ການ​ລົງ​ນາມ. ພາຍຫຼັງສິ້ນ​ສຸດ​ຮອບ​ເຈ​ລະ​ຈາຫຼ້າ​ສຸດ​ຢູ່ ວຽນ, ປະ​ເທດ ໂອ​ຕ​ຣິດ ລະ​ຫວ່າງ ອີ​ຣານ ແລະ ກຸ່ມ P5+1 (ເຊິ່ງ​ລວມ​ມີ: ອາ​ເມ​ລິ​ກາ, ອັງ​ກິດ, ຝ​ຣັ່ງ, ຈີນ, ລັດ​ເຊຍ ພ້ອມ​ກັບ ເຢ​ຍ​ລະ​ມັນ), ທ່ານ Araghchi  ຊີ້​ແຈ້ງວ່າ “ພວກ​ຂ້າ​ພະ​ເຈົ້າ​ບໍ່​ເຊື່ອ​ໝັ້ນ​ເຂົາ​ເຈົ້າ ແລະ ເຂົາ​ເຈົ້າ​ກໍ່​ບໍ່​ເຊື່ອ​ໝັ້ນ​ພວກ​ຂ້າ​ພະ​ເຈົ້າ. ນັ້​ນ​ແມ່ນ​ຄວາມ​ຈິງ”. ດັ່ງ​ນັ້ນ​ຕາມ​ທ່ານ​ແລ້ວ, ສຳ​ລັບ​ທຸກໆ​ຂໍ້​ມາດ​ຕາ​ພວມ​ໄດ້​ຮັບ​ການ​ເຈ​ລະ​ຈານັ້ນ, ເມື່ອ​ຝ່າຍນີ້​ຮູ້​ສຶກ​ວ່າ​ຝ່າຍ​​ກົງ​ກັນ​ຂ້າມ​ລະ​ເມີດ​ຄຳ​ໝັ້ນ​ສັນ​ຍາ​ເຂົາ​ເຈົ້າ​ອາດ​ຈະ​ປະ​ຕິ​ບັດ​ບໍ່​ວ່າ​ສິ່ງ​ໃດໆ​​ກ່ອນທີ່​ຕົກ​ລົງ​ກັນ.​ທ່ານ Araghchi ກໍ່​ໃຫ້​ຮູ້​ວ່າ: ຝ່າຍ ອີ​ຣານ ໄດ້ “ກະ​ກ​ຽມ​ທຸກໆ​ມາດ​ຕະ​ການ​ຈຳ​ເປັນ​ຖ້າ​ຫາກ​ສິ່ງ​ດັ່ງ​ກ່າວ​ເກີດ​ຂຶ້ນ”, ພ້ອມ​ທັງ​ຖື​ວ່າ​ຝ່າຍ​ກົງ​ກັນ​ຂ້າມ​​ກໍ່ຈະ​​ເຮັດ​ສິ່ງ​ຄ້າຍ​ຄື​ກັນ​​ສິ່ງ​ທີ່ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ.
ຂ່າວ/ບົດ​ອື່ນ