ອີ​ຣານ​ສະ​ແດງ​ຄວາມ​ຊົ​ມ​ເຊີຍ​ຕໍ່​ບັນ​ດາ​ປະ​ເທດ​ສະ​ໜັບ​ສະ​ໜູນ​ຂໍ້​ຕົກ​ລົງ​ນິວ​ເຄຼຍ

(VOVWORLD) - ບັນດາປະເທດ ອັງກິດ, ຝລັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ ເຊິ່ງໄດ້ເອີ້ນວ່າ ກຸ່ມ “4+1” ພວມມານະພະຍາຍາມກອບກູ້ເອົາຂໍ້ຕົກລົງນິວເຄຼຍດັ່ງກ່າວ, ພາຍຫຼັງ ອາເມລິກາຖອນຕົວອອກຈາກ ຂໍ້ຕົກລົງໃນປີ 2018 ແລະ ຈັດວາງບັນດາມາດຕະການລົງໂທດໃສ່ອີຣານແຕ່ຝ່າຍດຽວ.
ອີ​ຣານ​ສະ​ແດງ​ຄວາມ​ຊົ​ມ​ເຊີຍ​ຕໍ່​ບັນ​ດາ​ປະ​ເທດ​ສະ​ໜັບ​ສະ​ໜູນ​ຂໍ້​ຕົກ​ລົງ​ນິວ​ເຄຼຍ - ảnh 1

ຜູ້ຕາງໜ້າຂອງສະຫະພາບເອີລົບ ຢູ່ກອງປະມກຸ່ມ P5 – 1 ຢູ່ Vienna, ໂອຕາລິດ ໃນວັດທີ 26 ກຸມພາ 2020 (ພາບ: AFP/TTXVN)

ວັນທີ 2 ກັນຍາ, ທ່ານ Hassan Rouhani ປະທານາທິບໍດີ ອີຣານ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຝ່າຍທີ່ຍັງເຫຼືອໃນຂໍ້ຕົກລົງນິວເຄຼຍ ເຊິ່ງ ເຕເຮຣານ ລົງນາມກັບກຸ່ມ P5+1 ໃນປີ 2015, ເຊິ່ງສະແດງໃຫ້ເຫັນຫຼັກໝັ້ນຮັກສາຂໍ້ຕົກລົງນິວເຄຼຍນີ້ ແລະ ປະຕິເສດບັນດາຄວາມມານະພະຍາຍາມຂອງ ອາເມລິກາທີ່ຈັດວາງບັນດາມາດຕະການລົງໂທດສາກົນໃສ່ອີີຣານ.

ບັນດາປະເທດ ອັງກິດ, ຝລັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ ເຊິ່ງໄດ້ເອີ້ນວ່າ ກຸ່ມ “4+1” ພວມມານະພະຍາຍາມກອບກູ້ເອົາຂໍ້ຕົກລົງນິວເຄຼຍດັ່ງກ່າວ, ພາຍຫຼັງ ອາເມລິກາຖອນຕົວອອກຈາກ ຂໍ້ຕົກລົງໃນປີ 2018 ແລະ ຈັດວາງບັນດາມາດຕະການລົງໂທດໃສ່ອີຣານແຕ່ຝ່າຍດຽວ.

ໂດຍເປັນປະທານຂອງການປຶກສາຫາລື ຢູ່ Vienna (ໂອຕາລິດ) ໃນວັນທີ 1 ກັນຍາ, ທ່ານ Helga Schmid ເຈົ້າໜ້າທີ່ຂັ້ນສູງ ສະຫະພາບເອີລົບ (EU) ໄດ້ຊີ້ແຈ້ງວ່າ ບັນດາຝ່າຍເຂົ້າຮ່ວມ ຂໍ້ຕົກລົງ “ເຫັນດີເປັນເອກະພາບວ່າ ເດັດຂາດຕ້ອງຮັກສາ” ຂໍ້ຕົກລົງດັ່ງກ່າວໄວ້. ທ່ານເໜັ້ນນັກວ່າ ອາເມລິກາ ບໍ່ສາມາດຈັດວາງບັນດາຄຳສັ່ງລົງໂທດຂອງ ສປຊ ໃສ່ອີຣານຄືນໃໝ່ ດ້ວຍການນຳໃຊ້ຂໍ້ຕົກລົງຂອງ ສະພາຄວາມໝັ້ນຄົງ ສປຊ ກ່ຽວກັບຂໍ້ຕົກລົງເຊິ່ງອາເມລິກາໄດ້ຖອນຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ