ສະໜາມຮົບບິ່ງດິ້ງ
(ພາບປະກອບ)
(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 66 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ (27/07), ຄະນະອະດີດນັກຮົບອົດສຕາລີ ໄດ້ຈັດພິທີມອບວັດຖຸພັນໃນໄລຍະສົງຄາມໃຫ້ແກ່ອະດີດນັກຮົບແຂວງ ບິ່ງດິ້ງ. ນີ້ແມ່ນການເຄື່ອນໄຫວໃນໂຄງການຂອງກຸ່ມບັນດານັກຄົ້ນຄວ້າ ແລະ ອະດີດນັກຮົບອົດສຕາລີ ນັບແຕ່ປີ 2010. ໃນທ້າຍເດືອນ 7 ຕົ້ນເດືອນ 8 ຈະມາເຖິງ, ຜູ້ຕາງໜ້າຄະນະບໍລິຫານໂຄງການຈະມາຫວຽດນາມ ເພື່ອມອບເອກະສານ, ວັດຖຸພັນ ຂອງນັກຮົບເກົ່າຫວຽດນາມ ໂດຍບັນດາອະດີດນັກຮົບອົດຕາລີ ແລະ ນິວຊີແລນ ເກັບໄດ້ຢູ່ສະໜາມຮົບພາກໃຕ້ຫວຽດນາມ ແຕ່ປີ 1966 – 1971, ໃນນັ້ນມີຈົດໝາຍ 90 ສະບັບໄດ້ພົບເຫັນຢູ່ສະໜາມຮົບບິ່ງດິ້ງ.