ອະດີດປະທານປະເທດຫງວຽນມິງຈຽດຢ້ຽມຢາມແຂວງຊອກຈັງ

ອະດີດປະທານປະເທດຫງວຽນມິງຈຽດຢ້ຽມຢາມແຂວງຊອກຈັງ - ảnh 1
ອະດີດ​ປະທານ​ປະ​ເທດ ຫງວຽນ​ມິ​ງຈຽດ ​ຢ້ຽມຢາມສະມາຄົມ​ສາມັກຄີ​ພະສົງ​ຮັກ​ຊາດ​ແຂວງ​ຊອກ​ຈັງ

(vovworld) - ວັນ​ທີ 18/1 ອະດີດ​ປະທານ​ປະ​ເທດ ຫງວຽນ​ມິ​ງຈຽດ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ຊອກ​ຈັງ. ​ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ຊອກ​ຈັງ, ອະດີດ​ປະທານ​ປະ​ເທດ ຫງວຽນ​ມິ​ງຈຽດ ສະ​ແດງ​ຄວາມ​ປາຖະໜາ​ວ່າ, ຊອກ​ຈັງ​ ສືບ​ຕໍ່​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ, ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຢູ່​ແລ້ວ​ຂອງ​ທ້ອງ​ຖີ່​ນ, ຜ່ານ​ການ​ລົງທຶນ, ໜູນ​ຊ່ວຍ​ໂຄງການ​ຕ່າງໆ​ຂອງ​ສູນ​ກາງ:

        “ຊີວິດ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ, ພັກ, ລັດ​ເອົາ​ໃຈ​ໃສ່​ເຖິງ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ດັ່ງ​ນັ້ນ, ​ເຖິງ​ວ່າ​ຍັງ​ທຸກ​ຍາກ ​ແຕ່​ລູກ​ຫຼານ​ມີ​​ເຄື່ອງກິນ​ຂອງ​ຢູ່ ​ແລະ ​ໄດ້​ໄປ​ຮຽນ, ນັ້ນ​ແມ່ນ​ຄວາມ​ມ່ວນ​ຊື່ນ​​ຂອງ​ພວກ​ເຮົາແລ້ວ. ພິ​ເສດ​, ​ແມ່ນ​ຊີວິດ​ຂອງຊາວ​ເຜົ່າ​ຂະ​ແມ​ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ​ແລະ ມີ​ຄວາມ​ສາມັກຄີ​ກັກວ່າ.

        ອະດີດ​ປະທານ​ປະ​ເທດ ຫງວຽນ​ມິ​ງຈຽດ ຍັງ​ໄ​ປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ສະມາຄົມ​ສາມັກຄີ​ພະສົງ​ຮັກ​ຊາດ​ແຂວງ​ຊອກ​ຈັງ; ​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ບັນດາ​ພະນັກງານປະຕິວັດ​ຜູ້​ອາວຸ​ໂສ ​ແລະ ບາງ​ວິ​ສາ​ຫະກິດ​ໃນ​ແຂວງ​ອີກ.

 

 

 

 

ຂ່າວ/ບົດ​ອື່ນ