ອະດີດປະທານພັນທະມິດ ສສມິດຕະພາບຍີ່ປຸ່ນ - ຫວຽດນາມ ມາຢ້ຽມຢາມຫວຽດນາມ
ທ່ານ ໂຕຮຸຍເຣື໋ອ, ກຳມະການກົມການເມືອງ, ເລຂາສູນກາງພັກ ຕ້ອນຮັບ
ທ່ານ Takebe Tsutomu, ອະດີດປະທານພັນທະມິດສສມິດຕະພາບຍີ່ປຸ່ນ - ຫວຽດນາມ
(ພາບ: vietnamplus.vn)
(vovworld) - ຕອນບ່າຍວັນທີ 11/03, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານ ໂຕຮຸຍເຣື໋ອ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ, ປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບຫວຽດນາມ - ຍີ່ປຸ່ນ ໄດ້ໃຫ້ການຕ້ອນຮັບທ່ານ Takebe Tsutomu, ອະດີດປະທານພັນທະມິດສະມາຊິກສະພາແຫ່ງຊາດມິດຕະພາບຍີ່ປຸ່ນ - ຫວຽດນາມ ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານ ໂຕຮຸຍເຣື໋ອ ຢືນຢັນວ່າ ຍາມໃດ ພັກ, ລັດ ແລະ ປະຊາຊົນຫວຽດນາມ ກໍຖືເປັນສຳຄັນ ແລະ ພັດທະນາການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ ຢ່າງບໍ່ຢຸດຢັ້ງ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ຢູ່ໃນໂລກ. ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານ Takebe ໃນການເພີ່ມທະວີ, ປັບປຸງການພົວພັນຫວຽດນາມ - ຍີ່ປຸ່ນ ນັບທັງໃນຂົງເຂດການເມືອງ, ຮ່ວມມືເສດຖະກິດ ກໍຄືການພົບປະແລກປ່ຽນປະຊາຊົນ, ທ່ານ ໂຕຮຸຍເຣື໋ອ ປາດຖະໜາວ່າ ໃນໄລຍະຈະມາເຖິງ ດ້ວຍອິດທິພົນຊື່ສຽງຂອງຕົນ, ທ່ານ Takebe ສືບຕໍ່ເອົາໃຈໃສ່ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ - ຍີ່ປຸ່ນ ໃນທຸກຂົງເຂດ.