ອະດີດປະທານາທິບໍດີອາຟຼິກກາໃຕ້ Nelsson Mandela
(ພາບ: AFP)
(vovworld)- ອະດີດປະທານາທິບໍດີອາຟຼິກກາໃຕ້ Nelsson Mandela ຊື່ງແມ່ນສັນຍາລັກແຫ່ງຂະບວນການຕ້ານການຈຳແນກເຊື້ອຊາດຜີວພັນໄດ້ເຖິງແກ່ມໍລະນະກຳພາຍຫລັງໄດ້ປິ່ນປົວພະຍາດປອດອັກເສບເປັນເວລາຍາວນານ. ທ່ານມີອາຍຸຍືນ 95 ປີ. ອະດີດປະທານາທິບໍດີອາຟຼິກກາໃຕ້ Nelsson Mandela ມີເວລາ 67 ປີໄດ້ທຳການຕໍ່ສູ່ຢ່າງບໍ່ຮູ້ອິດຮູ້ເມື່ອຍເພື່ອພາລະກິດຂອງສັນຕິພາບ, ມະນຸດສະ ທຳ, ຄວາມຍຸດຕິທຳໃນສັງຄົມ ແລະ ການໄກ່ເກ່ຍປອງດອງຊາດ. ທ່ານເຄີຍຖືກຈຳຄຸກ 27 ປີຍ້ອນໄດ້ຕ້ານຄືນລະບອບຈຳແນກເຊື້ອຊາດຜີວພັນຈົນຮອດເວລາທ່ານຖືກປ່ອຍຕົວເປັນອິດສະຫຼະເມື່ອປີ 1990. ປີ 1993, ທ່ານກາຍເປັນປະທານາທິບໍດີຜີວດຳຄົນທຳອິດຂອງອາຟຼິກກາໃຕ້, ຢຸດຕິລະບອບຈຳແນກເຊື້ອຊາດຜີວພັນຂອງຄົນຜີວຂາວ.
ໂດຍໄດ້ຮັບຮູ້ບັນດາການປະກອບສ່ວນອັນໃຫ່ຍຫຼວງຂອງທ່ານ Nelsson Mandela ໃນການຕໍ່ສູ້ເພື່ອໂລກທີ່ຈົບງາມກ່ວາ, ນັບແຕ່ປີ 2009, ສະມັດຊາໃຫ່ຍ ສປຊ ໄດ້ປະກາດຖືເອົາວັນທີ 18/7 ຂອງແຕ່ລະປີແມ່ນ “ວັນ Mandela ສາກົນ“ ຊື່ງຖືກເອີ້ນວ່າວັນ Mandela.
ປະຊາຄົມໂລກໂສກເສົ້າເສຍດາຍອະດີດປະທານາທິບໍດີ Nelsson Mandela
(ພາບປະກອບ)
ທ່ານ Ban Ki Moon ເລຂາທິການໃຫ່ຍ ສປຊ ໄດ້ຝາກຄວາມແບ່ງປັນຄວາມເສົ້າສະຫຼົດໃຈອັນເລິກເຊິ່ງມາຍັງຄອບຄົວອະດີດປະທານາທິບໍດີ Nelsson Mandela, ປຊຊ ອາຟຼິກກາໃຕ້ ກໍ່ຄືທັງພາກພື້ນ. ທ່ານ Ban Ki Moon ຢືນຢັນວ່າ: ຊີວິດຂອງທ່ານ Nelsson Mandela ແມ່ນການເສຍສະຫຼະຊີວິດອັນໃຫ່ຍຫຼວງໃຫ້ແກ່ການຕໍ່ຕ້ານຕ້ານລັດທິຈັກກະພັດ ແລະ ລະບອບຈຳແນກເຊື້ອຊາດຜີວພັນໃນໂລກ.
ການນຳສະຫະພາບເອີລົບກໍ່ສະແດງຄວາມໂສກເສົ້າເສຍດາຍ, ອາໄລອາວອນຕໍ່ການເຖິງແກ່ມໍລະນະກຳຂອງອະດີດປະທານາທິບໍດີ Nelsson Mandela. ທ່ານ Herman Van Rompuy ປະທານສະພາເອີລົບ ໄດ້ຍ້ອງຍໍສັນລະເສີນທ່ານ Nelsson Mandela ແມ່ນ “ໜຶ່ງໃນບັນດາສັນຍາລັກການເມືອງທີ່ຍິ່ງໃຫ່ຍກ່ວາໝູ່ໃນຍຸກສະໄໝ“.
ຢູ່ວໍຊັງຕັນ, ປະທານາທິບໍດີອາເມລິກາ Barack Obama ກໍ່ໄດ້ຍ້ອງຍໍທ່ານ Nelsson Mandela ແມ່ນຜູ້ທີ່ດຳລົງຊີວິດເພື່ອອຸດົມການສ້າງສາສັງຄົມປະຊາທິປະໄຕ ແລະ ເສລີພາບ. ທ່ານ Barack Obama ຍັງຮຽກຮ້ອງໃຫ້ລົດທຸງຊາດລົງເຄິ່ງເສົາຢູ່ທຳນຽບຂາວ ແລະ ສຳນັກງານລັດແຫ່ງຕ່າງໆເພື່ອອາໄລຫາທ່ານ Nelsson Mandela. ສ່ວນທ່ານນາຍົກລັດຖະມົນຕີອັງກິດ David Cameron ໄດ້ມີບົດກ່າວປາໄສອາໄລຫາອະດີດປະທານາທິບໍດີ Nelsson Mandela. ຢູ່ປາຣີ, ປະທານາທິບໍດີຝະລັ່ງ Francois Hollande ໄດ້ໃຫ້ຂໍ້ສັງເກດວ່າ ມໍລະດົກຊື່ງທ່ານ Nelsson Mandela ປະໄວ້ໃຫ້ຈະສືບຕໍ່ແມ່ນພະລັງແຮງໃຫ້ແກ່ວິວັດການຊອກຫາຄວາມເສລີພາບໃນທົ່ວໂລກ.