(ພາບ:.dantri.com.vn)
( vovworld ) – ວັນທີ 3/9, ທ່ານ Omran Zoabi ລັດຖະມົນຕີກະຊວງຖະແຫຼງ ຂ່າວຊີຣີ ໄດ້ເວົ້າວ່າ: ອະທິປະໄຕຂອງປະເທດນີ້ບໍ່ສາມາດຖືກລະເມີດ ແລະ ລັດຖະບານຊີຣີ ຈະທຳລາຍທຸກໆກົນອຸບາຍຮຸກຮານອະທິປະໄຕ. ກ່າວຄຳເຫັນທີ່ການປະຊຸມຂ່າວເມື່ອວັນທີ 3/9, ທ່ານ Omran Zoabi ໄດ້ເວົ້າວ່າ ກອງທັບລັດຖະບານ ຊີຣີ ຢາກຟື້ນຟູຄວາມເປັນປົກກະຕິ. ນີ້ແມ່ນປະຖົມປັດໄຈເພື່ອເປີດການເຈລະຈາດ້ານການເມືອງ ແຕ່ບໍ່ຈຳເປັນຕ້ອງມີການແຊກແຊງຈາກພາຍນອກ.
ກ່ຽວຂ້ອງເຖິງຊີຣີ ຍັງມີຂ່າວໃຫ້ຮູ້ວ່າ, ບັນດາກຳລັງຝ່າຍຄ້ານຢູ່ຊີຣີ ໄດ້ບຸກໂຈມຕີສຳນັກງານໃຫ່ຍຂອງກອງເສນາທິການກອງທັບຊີຣີ ຢູ່ໃຈກາງນະຄອນຫຼວງ Damacus ພ້ອມທັງນາບຂູ່ຈະບຸກໂຈມຕີທຳນຽບປະທານາທິບໍດີປະເທດນີ້. ຕໍ່ໜ້າສະພາບການຢູ່ຊີຣີ ນັບມື້ນັບສັບສົນຂຶ້ນຕື່ມ, ທ່ານ Lakhdar Brahimi ທູດພິເສດຄົນໃໝ່ຂອງ ສປຊ ແລະ ສະຫະພັນອາຣັບ ກ່ຽວກັບຊີຣີ ຍັງຢືນຢັນວ່າການແຊກແຊງດ້ານການທະຫານເຂົ້າຊີຣີ ກໍ່ໝາຍຄວາມວ່າບັນດາຄວາມມານະພະຍາຍາມດ້ານການທູດຖືກປະລາໄຊໄປ.