ອາຊີຕາເວັນອອກສ່ຽງໃຕ້ສືບຕໍ່ມີພື້ນຖານເສດຖະກິດຢືນອັນດັບໜຶ່ງບັນຊີລາຍຊື່ບັນດາຕະຫຼາດມີຄວາມແກ່ງແຍ້ງທີ່ສຸດໃນ

ອາຊີຕາເວັນອອກສ່ຽງໃຕ້ສືບຕໍ່ມີພື້ນຖານເສດຖະກິດຢືນອັນດັບໜຶ່ງບັນຊີລາຍຊື່ບັນດາຕະຫຼາດມີຄວາມແກ່ງແຍ້ງທີ່ສຸດໃນ - ảnh 1
ປະເທດສິງກາໂປສ່ວຍງາມ

(vovworld) – ສິງ​ກາ​ໂປ​ ​ແມ່ນ​ປະ​ເທດ​ນຳ​ໜ້າ​ໃນ​ບັນຊີ​ລາຍ​ຊື່​ບັນດາ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ​ດີທີ່​ສຸດ​ໃນ​ບົດລາຍ​ງານ​ປະຈຳ​ປີ​ຕີ​ລາຄາ​ສະພາບ​ແວດ​ລ້ອມ​ດຳ​ເນີນ​ທຸລະ​ກິດ​​ຂອງ​ໂລກ​ປີ 2014 ​ໂດຍ​ທະນາຄານ​ໂລກ (WB) ປະກາດ​ໃນ​ວັນ​ທີ 29/10. ນີ້​ແມ່ນ​ຄັ້ງ​ທີ 8 ຢ່າງ​ລຽນຕິດ, ທີ່ພື້ນຖານ​ເສດຖະກິດຂຶ້ນ​ກັບ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ນີ້​ຖືກ WB ຈັດ​ອັນ​ດັບ​ໜຶ່ງ​. ຖັດຈາກ ສິງ​ກາ​ໂປ ​ແມ່ນ ຮົ່ງກົງ (​ປະ​ເທດ​ຈີນ), ນິວຊີ​ແລນ, ອາ​ເມ​ລິ​ກາ ​ແລະ ​ແດນ​ມາດ. ​ໃນ​ຈຳນວນ 10 ປະ​ເທ​ດ ​ແລະ ​ເຂດ​ແຄ​້ວນນຳ​ໜ້າ ​ທີ່​ໄດ້​ຮັບ​ການ​ຕີ​ລາຄາ​ຈາກ WB ​ວ່າແມ່ນ​ມີ​ສະພາບ​ແວດ​ລ້ອມ​ດຳ​ເນີນ​ທຸລະ​ກິດສະ​ດວ​ກທີ່​ສຸດ​ໃນ​ໂລກນັ້ນ ຍັງ​ມີ​ປະ​ເທດ​ຕາງ​ໜ້າ​ໃຫ້​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ອີກ​ນັ້ນແມ່ນ ມາ​ເລ​ເຊຍ.  WB ​ໃຫ້​ຂໍ້​ສັງ​ເກດ​ວ່າ: ຫຼາຍ​ປະ​ເທດ​ພວມ​ມານະ​ພະຍາຍາມ​ສ້າ​ງ​ເງື່ອນ​ໄຂ​ສະດວກ​ກ່ວາ​ເພື່ອໃຫ້​ປະຊາຊົນ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ກ່ວາ​ອີກ. ບັນດາ​ພື້ນຖານ​ເສດຖະກິດ​ດ້ອຍ​ພັດທະນາ​ກ່ວາ​ກໍ່ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ມີ​ຄວາມ​ກ້າວໜ້າ​ໃນ​ຂົງ​ເຂດ​ນີ້​ເມື່ອ​ທຽບ​ໃສ່​ບັນດາ​ພື້ນຖານ​ເສດຖະກິດ​​ໃຫຍ່, ​ໂດຍລະອຽດ​​ແມ່ນ​ການ​ລົບລ້າງ​ບັນດາ​ຮົ້ວ​ກີດຂວາງ​ກ່ຽວ​ກັບ​ລະບຽບ​ການ​ບໍລິຫານ​ສຳລັບ​ພາກ​ເອກະ​ຊົນ.

ຂ່າວ/ບົດ​ອື່ນ