ອາຊຽນ + 6 ກະກຽມເຈລະຈາ ກ່ຽວກັບສັນຍາຄູ່ຮ່ວມມືຮອບດ້ານພາກພື້ນ


ອາຊຽນ + 6 ກະກຽມເຈລະຈາ ກ່ຽວກັບສັນຍາຄູ່ຮ່ວມມືຮອບດ້ານພາກພື້ນ - ảnh 1
ພາບປະກອບ

(vovworld) - ​ຮອບ​ເຈລະຈາ​ຄັ້ງ​ທຳ​ອິດ​ກ່ຽວ​ກັບ​ສັນຍາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ພາກ​ພື້ນ (ຫຼື RCEP) ຈະ​ໄດ້​ເລີ່​ມດຳ​ເນີນ​ໃນ​ເດືອນ 5 ຈະ​ມາ​ເຖິງ. ຕາມ​ຖະ​ແຫຼ​ງການ​ຂອງ​ທ່ານ​ປະທານ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 22 ​​ເຊິ່ງຈັດ​ຕັ້ງ​ຢູ່ ບຣູ​ໄນ, ບັນດາ​ນັກ​ເຈລະຈາ​ທີ່​ມາ​ຈາກ 16 ປະ​ເທດຈະ​ພົບ​ປະ​ໃນ​ເວລາ 5 ວັນ, ​ເລີ່​ມ​ແຕ່​ວັນ​ທີ 9/5, ຢູ່ ບຣູ​ໄນ, ​ເພື່ອ​ປຶ​ກສາ​ຫາລື​ບາງ​ເນື້ອ​ໃນ​ຕົ້ນ​ຕໍ່​ໃນ​ວິວັດ​ການ​ເຈລະຈາ RCEP, ​ໃນ​ນັ້ນ​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ບັນຫາ​ສິນຄ້າ, ການ​ບໍລິການ ​ແລະ ການ​ລົງທຶນ. RCEP ລວມມີ 10 ປະ​ເທດສະມາຊິກ ອາ​ຊຽນ ​ແລະ 6 ຄູ່​ຮ່ວມ​ມື​ເສດຖະກິດ​ສຳຄັນ​ຂອງ​ກຸ່ມ ​ແມ່ນ: ຈີນ, ຍີ່​ປຸ່ນ, ສ ​ເກົາຫຼີ, ອົດ​ສະ​ຕາ​ລີ, ນິວຢີ​ແລນ ​ແລະ ອິນ​ເດຍ (ຫຼື ອາ​ຊຽນ + 6). ປະຈຸ​ບັນ, ບັນດາ​ປະ​ເທດ ອາ​ຊຽນ ພວມມີ​ສັນຍາ​ການ​ຄ້າ​ເສລີ (ຫຼື FTA) ສະ​ເພາະ ກັບ​ບັນດາ​ປະ​ເ​ທດດັ່ງກ່າວ.

ຂ່າວ/ບົດ​ອື່ນ