ອາຊຽນ +6 ເລີ່ມເຈລະຈາ ກ່ຽວກັບສັນຍາຄູ່ຮ່ວມມື ຮອບດ້ານໃນພາກພື້ນ

ອາຊຽນ +6 ເລີ່ມເຈລະຈາ ກ່ຽວກັບສັນຍາຄູ່ຮ່ວມມື ຮອບດ້ານໃນພາກພື້ນ - ảnh 1
(ພາບປະກອບ)
(vovworld) -  ວັນ​ທີ 09/05, 10 ປະ​ເທດ​ສະມາຊິກ​ຂອງ​ອາ​ຊຽນ ​ແລະ 6 ຄູ່​ຮ່ວມ​ມື​ເສດຖະກິດ​ສຳຄັນ​ຂອງ​ກຸ່ມ​ແມ່ນ​ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ, ອົດສຕາ​ລີ, ນິວຊີ​ແລ​ນ ​ແລະ ອິນ​ເດຍ (​​ເຊິ່ງ​ເອີ້ນ​ວ່າ ອາ​ຊຽນ +6) ເລີ່​ມດຳ​ເນີນ​ຮອບ​ເຈລະຈາ​ທຳ​ອິດ​ມຸ່ງ​ໄປ​ສູ່​ການ​ສ້າງສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ (RCEP) ຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ກຸ່ມ​ການ​ຄ້າ​ເສລີ​ໃຫຍ່ກວ່າ​ໝູ່​ຢູ່​ໃນ​ໂລກ. ຄາດ​ວ່າ, ຮອບ​ເຈລະຈາ​ຄັ້ງ​ທຳ​ອິດ​ຈະ​ດຳ​ເນີນ​ໄປ​ເປັນ​ເວລາ 5 ວັນ ຢູ່​ບຣຸ​ໄນ, ອາ​ຊຽນ +6 ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ຂອບ​ເຂດ ​ແລະ ວິທີ​ການ​ເຈລະຈາ RCEP ​ເພື່ອ​ແນ​ໃສ່​ມຸ່ງ​​ໄປ​ເຖິງ​ຂໍ້​ຕົກລົງ​ໃນ​ປີ 2015. ຄຽງ​ຂ້າງ​ເລື່ອງ​ສ້າງ​ຕັ້ງ​ຄະນະ​ກຳມະການ​​ເຊິ່ງລວມມີ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ, ອາ​ຊຽນ +6 ກໍ​ຈະ​ຜັນ​ຂະຫຍາຍ​ບັນດາ​ກຸ່ມ​ປະຕິບັດ​ງານທີ​ກ່ຽວ​ຂ້ອງ​ເຖິງການ​ເຄື່ອນ​ໄຫວ​ແລກປ່ຽນ​ສິນຄ້າ, ການ​ບໍລິການ ​ແລະ ການ​ລົງ​ທຶນ. ຖະຫາກ​ປະກົດ​ຜົນ​ເປັນ​ຈິງ, RCEP ຈະ​ມີ 3 ຕື້​ຄົນ, ກວມປະມານ 1/2 ຕະຫຼາດ​ທົ່ວ​ໂລກ ​ແລະ 1/3 ມຸນ​ຄ່າ​ເສດຖະກິດ​ໂລກ.
ຂ່າວ/ບົດ​ອື່ນ