ອາຊຽນ ຊຸກຍູ້ການທ່ອງທ່ຽວ ຄົ້ນຫາ ແລະ ປະດິດສ້າງ

ອາຊຽນ ຊຸກຍູ້ການທ່ອງທ່ຽວ ຄົ້ນຫາ ແລະ ປະດິດສ້າງ - ảnh 1
(ພາບປະກອບ)

(vovworld) - ອາ​ຊຽນ ພວມ​ສົ່ງ​ເສີມ 6 ຫົວ​ຂໍ້​ທ່ອງ​ທ່ຽວຄົ້ນ​ຫາ ແລະ ປະດິດ​ສ້າງ ​ເພື່ອ​ແນ​ໃສ່​ສົ່ງ​ເສີມ​ບັນດາ​ລາຍການ​ທ່ອງ​ທ່ຽວ​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ. ນີ້​ແມ່ນ​ສ່ວນ​ໜຶ່ງຂອງ​ຍຸດ​ທະ​ສາດ​ໂຄສະນາ​ການທ່ອງທ່ຽວ​ອາ​ຊຽນ ​ໄລຍະ 2012 – 2015. ​ແຈ​້ງການ​ສື່​ມວນ​ຊົນ​ໃນ​ວັນ​ທີ 11/07 ຂອງ​ຄະນະ​ເລຂາ​ອາ​ຊຽນ ​ໃຫ້​ຮູ້​ວ່າ 6 ຫົວ​ຂໍ້​ທ່ອງ​ທ່ຽວຄົ້ນ​ຫາ ແລະ ​ປະດິດ​ສ້າງ ​​ເຊິ່ງອາ​ຊຽນສົ່ງ​ເສີມ​ນັ້ນ​ແມ່ນ: “ຮັບ​​ປະທານ​ອາຫານ​ຂອງອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້”, “ອາ​ຊຽນ​ - ແດນ​ສະຫວັນ​ເຂດ​ຮອນບັນດາ​ນະຄອນ​ລະດັບ​ໂລກ” “ຄົ້ນ​ຫາບັນ​ດາ​ມູນ​ເຊື້ອ​ແຕກ​ຕ່າງ​ກັນ”,  “ກິລາ ​ແລະ ພັກຜ່ອນ” ​ແລະ “ການ​ປະດິດ​ສ້າງ​​ຫຼາຍ​ຮູບ​ຫຼາຍ​ແບບ​ໃນ​ຍຸກ​ປະ​ຈຸ​ບັນ”.  ທ່ານ Aung Zaw Win, ຫົວໜ້າ​ກົມ​ກະຊວງ​ໂຮງ​ແຮມ ​ແລະ ທ່ອງ​ທ່ຽວ​ມຽນມາ ​ທັງ​ເປັນ​ປະທານ​ກຸ່ມ​​ວຽກງານ​ພັດທະນາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ອາ​ຊຽນ ​ໃຫ້​ຮູ້​ວ່າ ການທ່ອງທ່ຽວຄົ້ນ​ຫາກ່ຽວຂ້ອງ​ເຖິງ​ບັນດາ​ມໍລະດົກ, ສິລະ​ປະ ​ແລະ ບັນດາ​ຈຸດ​ພົ້ນ​ເດັ່ນ​ຂອງ​ສະຖານ​ທີ່ທ່ອງ​ທ່ຽວ​ຕ່າງໆ​ໃນອາ​ຊຽນ, ຕອບ​ສະໜອງ​​ທ່າ​ອ່ຽງພັດທະນາ​ຕາມຄວາມ​ຮຽກຮ້ອງຕ້ອງການ​ຂອງ​ນັກ​ທ່ອງ​ທ່ຽວ​ໃນ​ປະຈຸ​ບັນ.
ຂ່າວ/ບົດ​ອື່ນ