ອາຊຽນຢືນຢັນຄືນ ຈຸດໝາຍມຸ່ງໄປສູ່ ການສ້າງພາກພື້ນ ປອດຢາເສບຕິດ

ອາຊຽນຢືນຢັນຄືນ ຈຸດໝາຍມຸ່ງໄປສູ່ ການສ້າງພາກພື້ນ ປອດຢາເສບຕິດ - ảnh 1

ຮອງນາຍົກລັດຖະມົນຕີໄທ Chalerm Yubamrung ເປັນປະທານ ກອງປະຊຸມທີ່​ຫາ​ກໍ​ດຳ​ເນີ​ນຢູ່​ບາງກອກ​ປະ​ເທດ​ໄທ. (ພາບ: AP)

Vovworld- ​ໃນ​ແຈ້ງ​ການ​ໜັງສື​ສື​ພິມ​ເມື່ອ​ວັນ​ທີ 4/9 ຂອງ​ຄະນະ​ເລຂາ​ອາຊຽນ ຊຶ່ງ​ໃຫ້​ຮູ້​ວ່າ : ບັນດາ​ປະ​ເທດ​ໃນ​ກຸ່ມ​ອາ​ຊຽນ​ໄດ້​ຢືນຢັນ​ຄືນ​ກ່ຽວ​ກັບ​ຄຳ​ໝັ້ນສັນຍາ​ຂອງ​ຕົນ​ຈະ​ສືບ​ຕໍ່​ມຸ່ງ​ໄປ​ສູ່ການສ້າງ​ພາກ​ພື້ນອາ​ຊຽນປອດ​ຢາ​ເສບ​ຕິດ. ທີ່​ກອງ​ປະຊຸມ​ທີ່​ຫາ​ກໍ​ດຳ​ເນີ​ນຢູ່​ບາງກອກ​ປະ​ເທດ​ໄທ ຊຶ່ງມີການເຂົ້າຮ່ວມ ຂອງ ບັນດາ ລັດຖະມົນຕີຮັບຜິດຊອບບັນຫາປາບປາມຢາເສບຕິດ, ຜູ້ນຳອົງການຄວບຄຸມ ຢາເສບຕິດ ແຫ່ງຊາດຂອງບັນດາປະເທດອາຊຽນ, ບັນດາຜູ້ແທນໄດ້ພ້ອມກັນ ແບ່ງປັນບົດຮຽນ, ຂໍ້​ມູນ​ຂ່າວສານ ​ແລະ ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ລົບ​ລ້າງ​ການ​ເຄື່ອນ​ໄຫວ​ຜະລິດ, ຄ້າຂາຍ, ນຳ​ໃຊ້​ຢາເສບຕິດຢ່າງ​ຜິດ​ກົດໝາຍ; ພ້ອມ​ກັນ​ນັ້ນ​ກໍ​ຍົກ​ໃຫ້​ເຫັນບັນດາ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ໃນ​ການ​ປະຕິບັດ​ບັນດາ​ວຽກ​ງານ​ນີ້ ​ແລະ ທິດ​ທາງ​ການ​ເຄື່ອນ​ໄຫວ​​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.

    ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ, ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຖື​ວ່າ ດ້ວຍ​ການ​ຊ່ວຍ​ເຫຼືອ​ຈາກ​ປະຊາ​ຄົມ ການ​ເມືອງ - ຄວາມ​ໝັ້ນຄົງ​ອາຊຽນ ​ແລະ ປະຊາ​ຄົມ ວັດທະນະທຳ-ສັງຄົມ​ອາຊຽນນັ້ນ, ບັນດາ​ອົງການ​ທີ່​ກ່ຽວ​ຂ້ອງ​ໃນ​ກຸ່ມ​ຄວນ​ຍູ້​ແຮງ​ການ​ເພີ່ມ​ທະວີ​ກຳລັງຄວາມ​ສາມ​າດ ​ແລະ ປັບປຸງ​ແຜນການ​ເຄື່ອນ​ໄຫວ​ເພື່ອ​ຮັບປະກັນ​ການ​ສ້າງສຳ​ເລັດ​ຈຸດໝາຍ​ສ້າງ​ອາ​ຊຽນປອດ​ຢາ​ເສບ​ຕິດ​ໃນ​ປີ 2015 .

 

 

ຂ່າວ/ບົດ​ອື່ນ