ອາຊຽນເພີ່ມທະວີການແລກປ່ຽນຮ່ວມມືກັບອານເຊຣີ

ອາຊຽນເພີ່ມທະວີການແລກປ່ຽນຮ່ວມມືກັບອານເຊຣີ - ảnh 1
ທ່ານ ຫງວຽນ​ດີງ​ທາວ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ
 ປະ​ຈຳ ອານ​ເຊ​ຣີ ທີ່​ການ​ເຮັດ​ວຽກ
ພາບ:TTXVN

(vovworld)-  ​ວັນ​ທີ 12/10,  ທ່ານ ຫງວຽນ​ດີງ​ທາວ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ອານ​ເຊ​ຣີ ໄດ້​ເປັນ​ປະ​ທານ​ການ​ເຮັດ​ວຽກ​ກ່ຽວ​ກັບ​ການ​ສົ່ງ​ເສີມ​ການ​ແລກ​ປ່ຽນ​ການ​ຮ່ວມ​ມື​ລົງ​ທຶນ ແລະ ການ​ທ່ອງ​ທ່ຽວ ລະ​ຫວ່າງ​ບັນ​ດາ​ປະ​ເທດ ອາ​ຊຽນ ຢູ່ Buenos Aires ກັບ​ການ​ນຳ​ນະ​ຄອນ Madryn ຂຶ້ນ​ກັບ​ແຂວງ Chubut. ນີ້​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໂດຍ​ສະ​ຖານ​ທູດ​ຫວຽດ​ນາມ ຈັດ​ຕັ້ງ ໃນ ​ປີ 2016, ຊື່ງ​ແມ່ນ​ປີ​ທີ່​ຫວຽດ​ນາມ ດຳ​ລົງ​ຕຳ​ແຫນ່ງ​ປະ​ທານ​ໝູນ​ວຽນ ອາ​ຊຽນ ຢູ່ ອານ​ເຊ​ຣີ. ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວນີ້ ຍັງ​ມີ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ ຄື: ອິນ​ໂດ​ເນ​ເຊຍ, ຟິ​ລີບ​ປີນ, ມາ​ເລ​ເຊຍ ແລະ ອຸ​ປະ​ທູດ​ຊົ່ວ​ຄາວ ໄທ.

ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ Ricardo Sastre, ເຈົ້​າ​ຄອງ​ນະ​ຄອນ Madryn, ປາດ​ຖະ​ຫນາ​ຢາກ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ດ້ານ​ກາ​ນ​ຄ້າ, ອ​ຸ​ດ​ສາ​ຫະ​ກຳ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ, ກິ​ລາ ແລະ ວັດ​ທະ​ນະ​ທຳ ກັບ​ບັນ​ດາ​ຄູ່​ຮ່ວ​ມ​ມື ອາ​ຊຽນ, ພິ​ເສດ ເນັ້ນ​ຫນັກ​ເຖິງ​ຄວາມ​ສາ​ມາດ​ການ​ທ່ອງ​ທ່ຽວ​ຂອງ ນະ​ຄອນນີ້. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ດີງ​ທາວ, ສະ​ເຫນີ ເປີດກວ້າງ​ການ​ສ້າງ​ນະ​ຄອນແຮກ​ຊ່ຽວ​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ບັນ​ດ​າ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ກັບ Madryn ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ພ້ອມ​ທັງ​ເຊື້ອ​ເຊີນ​ບັນ​ດາ​ວິ​ສາ​ຫ​ະ​ກິດ​ຂອງ​ນະ​ຄອນນີ້ ເຂົ້າ​ຮ່ວມ​ງານ​ຕະ​ຫລາດ​ນັດ​ການ​ຄ້າ​ສາ​ກົນ​ຢູ່​ຫວຽດ​ນາມ​ໃນ​ປີ 2017.


ຕອບກັບ

ຂ່າວ/ບົດ​ອື່ນ