ອາຊຽນແລະຈີນຈະຊ້ອມຮົບຮ່ວມ

(VOVWORLD) - ທ່ານລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ Tea Banh ໃຫ້ຮູ້ວ່າ, ຕາມຂໍ້ຕົກລົງຂອງບັນດາຝ່າຍທີ່ບັນລຸໄດ້ຢູ່ກອງປະຊຸມ ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ຢ່າງບໍ່ເປັນທາງການຢູ່ສິງກະໂປ ໃນວັນທີ 06 ກຸມພາ

ອາຊຽນແລະຈີນຈະຊ້ອມຮົບຮ່ວມ - ảnh 1ອາຊຽນແລະຈີນຈະຊ້ອມຮົບຮ່ວມ

(ພາບ: AFP)

ລັດຖະມົນຕີກະຊວງປ້ອງກັນປະເທດຂອງ 10 ປະເທດສະມາຊິກອາຊຽນ ແລະ ຈີນ ໄດ້ເຫັນດີດຳເນີນການຊ້ອມຮົບຮ່ວມໃນປີ 2018.

        ຕາມບາງແຫຼ່ງຂ່າວແລ້ວ, 2 ຝ່າຍຈະດຳເນີນ “ການຊ້ອມຮົບຮ່ວມບົນທະເລ ອາຊຽນ - ຈີນ” (ASEAN – China Maritime Exercise) ຄັ້ງໃນປີ 2018 ນີ້. ຄາດວ່າ, ການຊ້ອມຮົບຄັ້ງທຳອິດຈະດຳເນີນຢູ່ບໍລິເວນທະເລຂອງຈີນ, ອາດແມ່ນໃນເດືອນ ຕຸລາ. ຄັ້ງທີ 2 ຈະດຳເນີນຢູ່ບໍລິເວນທະເລຂອງປະເທດສະມາຊິກອາຊຽນ ປະເທດໜຶ່ງ, ອາດຈະແມ່ນຟີລິບປິນ ໃນເດືອນ ພະຈິກ ຫຼື ເດືອນທັນວາ 2018. ຕາມແຜນການແລ້ວ, 2 ຝ່າຍຈະດຳເນີນກອງປະຊຸມກະກຽມ 3 ຄັ້ງທັງຢູ່ສິງກະໂປ ແລະ ຈີນ ເພື່ອປຶກສາຫາລືກ່ຽວກັບວຽກງານກະກຽມໃຫ້ແຜນການດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ