ອາຊຽນແລະອິນເດຍຍົກສູງປະສິດທິຜົນຂອງ FTA ສິນຄ້າ

(VOVWORLD) -ວັນທີ 10 ກັນຍາ, ອິນເດຍ ແລະ ອາຊຽນ ໄດ້ເຫັນດີກວດກາຄືນສັນຍາການຄ້າເສລີ (FTA) ເຊິ່ງໄດ້ລົງນາມເມື່ອປີ 2009, ເພື່ອແນໃສ່ຍົກສູງປະສິດທິຜົນຂອງເອກະສານດັ່ງກ່າວ ແລະ ຊຸກຍູ້ການພົວພັນເສດຖະກິດ 2 ຝ່າຍ.

ໃນຖະແຫຼງການຮ່ວມ ເຊິ່ງໄດ້ຍົກອອກມາພາຍຫຼັງກອງປະຊຸມທາບທາມຄວາມເຫັນລະຫວ່າງບັນດາລັດຖະມົນຕີເສດຖະກິດອາຊຽນ ແລະ ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າອິນເດຍ Piyush Goyal ຢູ່ນະຄອນຫຼວງບາງກອກ, ປະເທດໄທ, 2 ຝ່າຍໃຫ້ຮູ້ວ່າ ຈະສ້າງຕັ້ງຄະນະກຳມະການຮ່ວມ ເພື່ອຜັນຂະຫຍາຍວຽກງານຕິດຕາມກວດກາດັ່ງກ່າວ. ຖະແຫຼງການມີຕອນຂຽນວ່າ “ບັນດາລັດຖະມົນຕີໄດ້ເຫັນດີເລີ່ມເຄື່ອນໄຫວວິວັດການກວດກາຄືນສັນຍາການຄ້າເສລີອາຊຽນ - ອິນເດຍ ເພື່ອໃຫ້ເອກະສານສະບັບນີ້ເປັນມິດກັບຜູ້ຊົມໃຊ້ກວ່າ, ງ່າຍດ່າຍກວ່າ ແລະ ສ້າງຄວາມສະດວກກວ່າໃຫ້ແກ່ວິສາຫະກິດ”. ບັນດາລັດຖະມົນຕີໄດ້ມອບໜ້າທີ່ໃຫ້ບັນດາເຈົ້າໜ້າທີ່ ສ້າງທິດທາງການກວດກາຢ່າງລະອຽດ ແລະ ນຳສະເໜີເອກະສານສະບັບນີ້ໃນກອງປະຊຸມຂັ້ນລັດຖະມົນຕີຄັ້ງຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ