ອາຣາບີ​ຊາ​ອູ​ດີ ຊ່ວຍເຫຼືອ ຫວຽດນາມ ພັດທະນາ​ຄົມມະນາຄົມ​ຊົນນະບົດ

ອາຣາບີ​ຊາ​ອູ​ດີ ຊ່ວຍເຫຼືອ ຫວຽດນາມ ພັດທະນາ​ຄົມມະນາຄົມ​ຊົນນະບົດ - ảnh 1

ປະ​ເທດ ອາຣາບີ​ຊາ​ອູ​ດີ

(ພາບ:thongtincongnghe.com)

( vovworld ) – ​ວັນ​ທີ 10/5, ຢູ່​ຮ່າ​ໂນ້ຍ, ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ ຫວຽດນາມ Vuong Dinh Hue ​ໄດ້​ເຮັດ​ວຽກ​ກັບ​ທ່ານ Salah Ahmed Sarhan ​ເອກ​ອັກຄະ​ລັດຖະທູດ ອາຣາບີ​ຊາ​ອູ​ດີ ປະຈຳ ຫວຽດນາມ ກ່ຽວ​ກັບ​ສັນຍາ​​ກູ້​ຢືມທຶນ​ໃຫ້ 2 ​ໂຄງການ​ຂອງ​ແຂວງ Quang Tri ​ແລະ Phu Yen. ​ທ່ານ​ເອກ​ອັກຄະ​ລັດຖະທູດ Salah Ahmed Sarhan ​ໄດ້​ມອບ​ຈົດໝາຍ​ຂອງທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ ອາຣາບີ​ຊາ​ອູ​ດີ ​​​ໃຫ້ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ ຫວຽດນາມ Vuong Dinh Hue. ຈົດໝາຍ​ຊີ້​ແຈ້ງວ່າ: ອາຣາບີ​ຊາ​ອູ​ດີ ​ເຫັນ​ດີ​ຈະ​ໜູນ​ຊ່ວຍ​ທຶນ​​ໃຫ້​ແກ່ 2 ​ໂຄງການ​ຄື: ໂຄງການ “​​ທາງ​ຄົມມະນາຄົມ​ລະຫວ່າງ​ຕາ​ແສງ Xuan Phuoc-Ky Lo-Phu Hai“ ຂອງ​ແຂວງ Phu Yen ​ແລະ ​ໂຄງການ “ທາງ​ຄົມມະນາຄົມ​ລະຫວ່າງ​ຕາ​ແສງ  Thach Kim-Hien Hoa- Lam Thuy-Ben Quan“ ຂອງ​ແຂວງ Quang Tri ຊື່​ງມີ​ຍອດ​ມູນ​ຄ່າ​ກ່ວາ 37 ລ້ານ USD. ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ ຫວຽດນາມ Vuong Dinh Hue ​ໄດ້​ຕີ​ລາຄາ​ສູງ​ເລື່ອງ​ກອງ​ທຶນ ອາຣາບີ​ຊາ​ອູ​ດີ ​ໄດ້​ຕັ້ງໜ້າ​​ກວດກາຕີ​ລາຄາ​ບັນດາ​ໂຄງການ​ຂອງ ຫວຽດນາມ. ທ່ານ​ສະ​ເໜີ​ໃຫ້ ອາຣາບີ​ຊາ​ອູ​ດີ ​ເພີ່ມ​ທະວີ​ການ​ອຸປະຖຳ ​ແລະ ລົງທຶນ​ເຂົ້າ ຫວຽດນາມ ຫຼາຍ​ກ່ວາ​ອີກໃນບັນດາ​ໂຄງການ​ໃຫ້​ບຸລິມະສິດ​ສູງ, ບັນດາ​ໂຄງການ​ພື້ນຖານ​ໂຄງ​ລ່າງ​ໃຫ້​ແຂວງ​ທຸກ​ຍາກ ​ແລະ ​ໃນ​ບັນດາ​ຂົງ​ເຂດ​ສາທາລະນະ​ສຸກ, ການ​ສຶກສາ.

 

 

ຂ່າວ/ບົດ​ອື່ນ