ອາເມລິກາ ຈັດວາງອັດຕາພາສີໃໝ່ຕໍ່ເຫຼັກກ້າກໍ່ສ້າງຂອງ ຈີນ, ເມັກຊີໂກ

(VOVWORLD) - ວັນທີ 04 ກັນຍາ, ອາເມລິກາ ຖະແຫຼງຈັດວາງບັນດາອັດຕາພາສີໃໝ່ສຳລັບປະເພດສິນຄ້າເຫຼັກກ້າກໍ່ສ້າງ ທີ່ນຳເຂົ້າຈາກ ຈີນ ແລະ ເມັກຊີໂກ ທີ່ມີຍອດມູນຄ່າກ່ວາ 1 ຕື້ USD, ໂດຍຖືວ່າ ບັນດາບໍລິສັດຜະລິດຢູ່ 2 ປະເທດນີ້ ຂາຍບຸບລາຄາຜະລິດຕະພັນໃນຕະຫລາດ ອາເມລິກາ.
ອາເມລິກາ ຈັດວາງອັດຕາພາສີໃໝ່ຕໍ່ເຫຼັກກ້າກໍ່ສ້າງຂອງ ຈີນ, ເມັກຊີໂກ - ảnh 1

ຕາມກະຊວງການຄ້າ ອາເມລິກາ ແລ້ວ, ບັນດາບໍລິສັດຜະລິດ ຈີນ ແລະ ເມັກຊີໂກ ໄດ້ຮັບຖືວ່າ: ຂາຍຫຼຸດລາຄາບັນດາຜະລິດຕະພັນເຫຼັກກ້າກໍ່ສ້າງ ຢູ່ໃນລະດັບແຕ່ 0% - 141,4%. ເຖິງຢ່າງໃດກໍ່ຕາມ, ກະຊວງການຄ້າ ອາເມລິກາ ໄດ້ປະຕິເສດບັນດາການກ່າວຫາສຳລັບບັນດາຜະລິດຕະພັນທີ່ຄ້າຍຄືກັນທີ່ນຳເຂົ້າຈາກ ການາດາ.

ຕອບກັບ

ຂ່າວ/ບົດ​ອື່ນ