ອາ​ເມ​ລິ​ກາ, ຈີນ ບັນ​ລຸ​ໄດ້​ຄວາ​ມ​ຄືບ​ໜ້າ​ໃນ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ​ໄລ​ຍະ 1

(VOVWORLD) -ອາເມລິກາ ແລະ ຈີນ ບັນລຸໄດ້ຄວາມຄືບໜ້າໃນການຜັນຂະຫຍາຍບັນດາມາດຕາທີ່ກ່ຽວຂ້ອງເຖິງຂົງເຂດກະສິກຳຂອງຂໍ້ຕົກລົງການຄ້າໄລຍະ 1. ນີ້ແມ່ນການຕີລາຄາລວມ ທີ່ໄດ້ຍົກອອກມາໃນແຈ້ງການຮ່ວມຂອງວັນທີ 24 ມີນາ ຂອງກະຊວງກະສິກຳ ແລະ ຫ້ອງການຕາງໜ້າດ້ານການຄ້າຂອງອາເມລິກາ.
ອາ​ເມ​ລິ​ກາ, ຈີນ ບັນ​ລຸ​ໄດ້​ຄວາ​ມ​ຄືບ​ໜ້າ​ໃນ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ​ໄລ​ຍະ 1 - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ (ພາບ:  News.cn)

ບັນດາອົງການນີ້ ກໍໃຫ້ຮູ້ວ່າ ການສົ່ງອອກສະບຽງອາຫານ ແລະ ບັນດາຜະລິດຕະພັນກະເສດຂອງ ອາເມລິກາ ແມ່ນໄດ້ຮັບຜົນປະໂຫຍດຈາກເລື່ອງ ຈີນຫຼຸດຜ່ອນອັດຕາພາສີ ນຳເຂົ້າ. ທ່ານລັດຖະມົນຕີກະຊວງກະສິກຳ ອາເມລິກາ Sonny Perdue ໃຫ້ຮູ້ວ່າ ຈີນ ພວມກ້າວເດີນຢ່າງຖືກທິດໃນການປະຕິບັດຂໍ້ຕົກລົງການຄ້າໄລຍະ 1 ກັບ ອາເມລິກາ. ທ່ານ Sonny Perdue ກໍເນັ້ນໜັກວ່າ ອາເມລິກາຈະສືບຕໍ່ສົມທົບກັບ ຈີນ ເພື່ອຮັບປະກັນໃຫ້ປະເທດນີ້ປະຕິບັດບັນດາຄຳໝັ້ນສັນຍາຂອງຕົນ ພ້ອມທັງຫວັງວ່າ ສອງຝ່າຍຈະບັນລຸໄດ້ຄວາມຄືບໜ້າທີ່ດີຕື່ມອີກ ເມື່ອສືບຕໍ່ການເຈລະຈາສອງຝ່າຍ.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ


 

ຕອບກັບ

ຂ່າວ/ບົດ​ອື່ນ