ອາເມລິກາ ມີຄວາມປະເອີບໃຈກ່ຽວກັບບາດກ້າວຄືບໜ້າດີໃນການເຈລະຈາດ້ານການຄ້າກັບ ຈີນ

(VOVWORLD) - ຄະນະປະຕິບັດງານດ້ານການຄ້າ ອາເມລິກາ ຢູ່ ປັກປິ່ງ ພວມສຳເລັດບັນດາການເຈລະຈາກັບວົງການເຈົ້າໜ້າທີ່ ຈີນ ແລະ ຈະກັບຄືນປະເທດພາຍຫລັງ “2 – 3 ວັນດີງາມ”. 

ນີ້ແມ່ນຂໍ້ມູນຂ່າວ ເຊິ່ງທ່ານຮອງລັດຖະມົນຕີກະຊວງກະສິກຳ ອາເມລິກາ Ted McKinney ຍົກອອກມາໃນວັນທີ 09 ມັງກອນ ໃນສະພາບການເຈລະຈາດ້ານການຄ້າລະຫວ່າງ ອາເມລິກາ - ຈີນ ແກ່ຍາວຕື່ມອີກ 1 ວັນເມື່ອທຽບໃສ່ແຜນການ. ທ່ານ Ted McKinney ໃຫ້ຮູ້ວ່າ: ບັນດາການເຈລະຈາພວມກ້າວໄປຢ່າງຖືກທິດ ແລະ “ນຳຜົນປະໂຫຍດມາໃຫ້ ອາເມລິກາ” ແຕ່ລາວບໍ່ໄດ້ເປີດເຜີຍຫຍັງຕື່ມອີກ.

        ກ່ອນໜ້ານັ້ນ, ວັນທີ 08 ມັງກອນ, ໃນສື່ສັງຄົມອອນລາຍ Twitter, ທ່ານປະທານາທິບໍດີ ອາເມລິກາ Donald Trump ເນັ້ນໜັກວ່າ: “ບັນດາການເຈລະຈາກັບ ຈີນ ພວມດຳເນີນໄປຢ່າງດີງາມທີ່ສຸດ”. ເຖິງຢ່າງໃດກໍ່ຕາມ, ມີແຫຼ່ງຂ່າວໄດ້ເປີດເຜີຍໃຫ້ຮູ້ວ່າ: 2 ຝ່າຍນັບມື້ນັບບໍ່ລົງລອຍກັນກ່ວາ ກ່ຽວກັບບັນຫາປະຕິຮູບໂຄງປະກອບຂອງ ຈີນ ຕາມການສະເໜີຂອງ ອາເມລິກາ ແນໃສ່ຢຸດຕິສະພາບການມອບໂອນບັງຄັບ, ຊ້ຳບໍ່ໜຳ ລັກເອົາເຕັກໂນໂລຊີຂອງວໍຊິງຕັນ ກໍ່ຄືວິທີການ ປັກກິ່ງ ປະຕິບັດບັນດາຄຳໝັ້ນສັນຍາຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ