ອາ​ເມ​ລິ​ກາ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ​ ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ອີ​ຣານ ແມ່ນ​ວິ​ທີ​ດີ​ທີ່​ສຸດ

(VOVWORLD) -ອາເມລິກາ ຍັງເຊື່ອໝັ້ນຕໍ່ການກັບມາປະຕິບັດຂໍ້ຕົກລົງນິວເຄຼຍ ອີຣານ ວ່າ ແມ່ນວິທີດີທີ່ສຸດເພື່ອແກ້ໄຂສິ່ງທ້າທາຍນິວເຄຼຍ, ໃນສະພາບການເຈລະຈາຍັງບໍ່ມີທາງອອກ. 
ອາ​ເມ​ລິ​ກາ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ​ ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ອີ​ຣານ ແມ່ນ​ວິ​ທີ​ດີ​ທີ່​ສຸດ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken (ພາບ: TTXVN)

ກ່າວຄຳເຫັນໃນວາລະອະພິປາຍຕໍ່ສະພາແຫ່ງຊາດ ອາເມລິກາ ໃນວັນທີ 26 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ຖະແຫຼງວ່າ ປະເທດນີ້ຍັງເຊື່ອໝັ້ນຕໍ່ການກັບມາປະຕິບັດຂໍ້ຕົກລົງນິວເຄຼຍ ອີຣານ ວ່າ ແມ່ນວິທີດີທີ່ສຸດເພື່ອແກ້ໄຂສິ່ງທ້າທາຍນິວເຄຼຍ, ໃນສະພາບການເຈລະຈາຍັງບໍ່ມີທາງອອກ. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ເນັ້ນໜັກວ່າ ຂໍ້ຕົກລົງທີ່ໄດ້ລົງນາມໃນປີ 2015 ແມ່ນບໍ່ສົມບູນແບບ, ແຕ່ຍັງດີກວ່າວິທີອື່ນໆ; ພ້ອມທັງຍົກອອກຄຳກ່າວເຕືອນ ອີຣານ ວ່າ ພວມຍູ້ໄວໂຄງການພັດທະນານິວເຄຼຍ.

ໃນບົດກ່າວປາໄສຫຼັງຈາກນັ້ນ, ທ່ານນາງ Jen Psaki ເລຂາດ້ານການຂ່າວຢູ່ ທຳນຽບຂາວ ກໍຖະແຫຼງວ່າ ທຳນຽບຂາວ ມີຄວາມວິຕົກກັງວົນຕໍ່ເລື່ອງ ອີຣານ ອາດຈະພັດທະນາອາວຸດນິວເຄຼຍປະເພດໜຶ່ງໃນສອງສາມອາທິດນີ້.


 

ຕອບກັບ

ຂ່າວ/ບົດ​ອື່ນ