ອາເມລິກາ ລົງນາມໃນເອກະສານ ຢຸດຕິສົງຄາມຢູ່ອີຮັກ

ອາເມລິກາ ລົງນາມໃນເອກະສານ ຢຸດຕິສົງຄາມຢູ່ອີຮັກ - ảnh 1
(ພາບ:vietnamplus.vn)

ວັນ​ທີ 18/12, ລັດຖະມົນຕີ​ກະຊວງປ້ອງກັນປະ​ເທດ ອາ​ເມ​ລິ​ກາ ​ໄດ້​ລົງ​ນາມ​ໃນ​ເອກະສານ​ຢຸດຕິ​ສົງຄາມ​ຢູ່ ອີ​ຮັກ​ຢ່າງ​ເປັນ​ທາງ​ການ. ຕາມ​ເລຂາ​ຂອງໜັງສືພິມ​ທຳນຽບຫ້າ​ແຈ George Litle ​ແລ້ວ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະ​ເທດ ອາ​ເມ​ລິ​ກາ ​ໄດ້​ລົງ​ນາມ​ໃນ​ເອກະສານ​ສິ້ນ​ສຸດ​ສົງຄາມ​ທີ່​ແກ່ຍາວ​ຢູ່ ອີ​ຮັກ ​ມາເປັນ​ເວລາ 9 ປີ. ກ່ອນ​ໜ້າ​ນັ້ນ, ທະຫານ ອາ​ເມ​ລິ​ກາ ຫົວໜ່ວຍ​ສຸດ​ທ້າຍ ລວມມີ 500 ຄົນ ​ໄດ້​ອອກ​ຈາກ ອີ​ຮັກ ​ໄປ​ຍັງ ຄູ​ເວດ. ການ​ຖອນ​ທະຫານ​ອອກ​ຈະ​ສິ້ນ​ສຸດ​ກ່ອນ​​ເວລາ​ກຳນົດ​ໃນວັນ​ທີ 31/12 ​ເຊິ່ງປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້​ວາງ​ອອກ ​ເພື່ອ​ປະຕິບັດ​ສຳ​ເລັດ​ຄຳ​ໝັ້ນ​ສັນຍາ​ເລືອກ​ຕັ້ງ​ຂອງ​ທ່ານ, ຕາມ​ນັ້ນ​ແລ້ວ, ທະຫານ ອາ​ເມ​ລິ​ກາ ທັງ​ໝົດ​ຈະ​ຖອນ​ອອກ​ຈາກ ອີ​ຮັກ ຄື​ດັ່ງ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ໃນ​ສັນຍາ​ປ້ອງ​ກັນ​ຄວາມ​ສະຫງົບ ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ​ສອງ​ປະ​ເທດ ກ່ອນ​ປີ 2008. ຄາດ​ວ່າ​ມີ​ທະຫານ ອາ​ເມ​ລິ​ກາ 4.500 ຄົນ ​ແລະ ຊາວ ອີ​ຮັກ ນັບ​​ແສນຄົນ ​ໄດ້​ເສຍ​ຊີວິດ, ນັບ​ແຕ່ ອາ​ເມ​ລິ​ກາ ດຳ​ເນີນ​ສົງຄາມ​ຢູ່ ອີ​ຮັກ ​ເມື່ອ​ປີ 2003.

ຂ່າວ/ບົດ​ອື່ນ