ອາເມລິກາ ວິຕົກກັງວົນ ຕໍ່ໜັງສືຜ່ານແດນ ທີ່ພິມແຜນທີ່ “ເສັ້ນລີ້ນງົວ” ຂອງຈີນ

ອາເມລິກາ ວິຕົກກັງວົນ ຕໍ່ໜັງສືຜ່ານແດນ ທີ່ພິມແຜນທີ່ “ເສັ້ນລີ້ນງົວ” ຂອງຈີນ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ທ່ານ​ນາງ Victoria Nuland
(ພາບ: NBC)


(vovworld) -     ວັນ​ທີ 27/11, ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໃຫ້​ຮູ້​ວ່າ, ອາ​ເມ​ລິ​ກາສະ​​ແດງຄວາມ​ວິຕົກ​ກັງວົນ​ຕໍ່​ຈີນ ກ່ຽວ​ກັບ​ເລື່ອງແຜນ​ທີ່​​ “​ເສັ້ນລີ້​ນງົວ” ຖືກພິມ​ໃນ​ໜັງສືຜ່ານ​ແດນ ສາມັນ​ເອ​ເລກ​ໂຕ​ນິກຂອງ​ປະ​ເທດ​ນີ້. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ, ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ທ່ານ​ນາງ Victoria Nuland ​ໃຫ້​ຮູ້​ວ່າ.

“ພວກ​ຂ້າພະ​ເຈົ້າ​ມີ​ຄວາມວິຕົກ​ກັງວົນ​ເພາະ​ວ່າແຜນ​ທີ່​ດັ່ງກ່າວ​ພວມ​ກໍ​ຄວາມ​ເຄັ່ງ​ຕຶງ ​ລະຫວ່າງ​ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ. ພວກ​ຂ້າພະ​ເຈົ້າ​ຄາດ​ວ່າ ຈະຍົກ​ອອກບັນຫາ​ນີ້ກັບ​ຈີນ​ໃນ​ແງ່​ມູມທ່າ​ທີ່ວ່າ ການ​ກະທຳຂອງ​ປະ​ເທດ​ນີ້​ ບໍ່​​ເປັນປະ​ໂຫຍດຕໍ່​ສະພາບ​ແວດ​ລ້ອມ​ໃນ​ພາກ​ພື້ນ​. ພວກ​ເຮົາ​ລ້ວນ​ແຕ່​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ບັນດາບັນຫາ​ນີ້.”

ທ່ານ​ນາງ Victoria Nuland  ​ເນັ້ນ​ໜັກ​ວ່າ ການ​ກະທຳຂອງ​ຈີນ ບໍ​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ການສ້າງສະພາບ​ແວດ​ລ້ອມ ​ເພື່ອ​ໃຫ້​ບັນດາຝ່າຍ​ທີ່​ກ່ຽວຂ້ອງ​ສາມາດ​ແກ້​ໄຂ​ການ​ພິພາດ.

ຂ່າວ/ບົດ​ອື່ນ