ອາ​ເມ​ລິ​ກາ, ສ.ເກົາຫຼີ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສ​ືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ໃຫ້​ແກ່​ສັນ​ຕິ​ພາບ ແລະ ສະຖຽນ​ລະ​ພາບ​ໃນ​ແຫຼມ​ເກົາຫຼີ

(VOVWORLD) -    ວັນທີ 28 ກໍລະກົດ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ Shin Wonsik ໄດ້ພົບປະກັນ ຢູ່ ໂຕກຽວ, ຍີ່ປຸ່ນ ໃນວັນທີ 28 ກໍລະກົດ ເພື່ອປຶກສາຫາລືບັນດາບັນຫາໃຫຍ່ ເຊິ່ງສຳພັນທະມິດ ອາເມລິກາ - ສ.ເກົາຫຼີ ພວມປະເຊີນໜ້າ.

  ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການຫວ່າງມໍ່ໆມານີ້ໃນແຫຼມ ເກົາຫຼີ ແລະ ຢັ້ງຢືນຄຳຕັດສິນໃຈທີ່ມີລັກສະນະກ່າວເຕືອນ ແລະ ຮັບມືກັບບັນດາໄພນາບຂູ່ ກໍຄືການກະທຳເກາະຜິດຂອງ ສປປ.ເກົາຫຼີ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ ຕຳໜິຕິຕຽນເລື່ອງ ສປປ.ເກົາຫຼີ ປ່ອຍບາລູນພ້ອມດ້ວຍຂີ້ເຫຍື້ອມາຍັງ ສ.ເກົາຫຼີ ແລະ ຖືວ່າ ນັ້ນແມ່ນການກະທຳລະເມີດສັນຍາຢຸດຮົບ ແລະ ແມ່ນໄພນາບຂູ່ອະທິປະໄຕຂອງ ສ.ເກົາຫຼີ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ແລະ ສ.ເກົາຫຼີ ຮຽກຮ້ອງໃຫ້ ສປປ.ເກົາຫຼີ ຢຸດຕິທຸກການກະທຳເກາະຜິດຂອງຕົນ.

        ສອງຝ່າຍກໍເຫັນດີເພີ່ມທະວີຄວາມມານະພະຍາມຫັນບັນດາກໍາລັງຄວາມສາມາດຂອງສຳພັນທະວິດເປັນທັນສະໄໝ ເພື່ອກາຍເປັນສຳພັນທະມິດວິທະຍາສາດ ແລະ ເຕັກໂນໂລຢີ. ສອງຝ່າຍໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ຊອກຫາບັນດາມາດຕະການສົມທົບ ເພື່ອແນໃສ່ເພີ່ມທະວີການຮ່ວມມືໃນພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ກັບບັນດາຄູ່ຮ່ວມມື ອາຊຽນ ແລະ ບັນດາປະເທດເກາະ ປາຊີຟິກ.

VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ