ອາເມລິກາ ອາດເລື່ອນເວລາ “ຢຸດຕິສົງຄາມການຄ້າ” ກັບຈີນ

(VOVWORLD) -ວັນທີ 12 ກຸມພາ, ກ່າວຄຳເຫັນຕໍ່ວົງການນັກຂ່າວໃນກອງປະຊຸມລັດຖະບານ, ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ, ເຖິງວ່າບໍ່ຢາກເຮັດຄືແນວນັ້ນກໍ່ຕາມ, ແຕ່ທ່ານອາດຈະພິຈາລະນາເລື່ອງເລື່ອນເວລາ “ຢຸດຕິສົງຄາມການຄ້າ” ເພື່ອບັນລຸຂໍ້ຕົກລົງກັບຈີນ.

ນອກຈາກກນັ້ນ, ທ່ານກໍ່ສະແດງຄວາມລໍຄອຍການພົບປະກັບທ່ານປະທານປະເທດຈີນ ສີຈີ້ນຜິງ ທີ່ໄດ້ຄາດຄະເນມາແລ້ວ, ເຊິ່ງຈະຊ່ວຍໃຫ້ 2 ຝ່າຍເຫັນດີເປັນເອກະພາບບາງຂໍ້ຂອງຂໍ້ຕົກລົງດັ່ງກ່າວ.

        ທ່ານປະທານາທິບໍດີອາເມລິກາ Donald Trump ຢືນຢັນວ່າ, ມີຄະນະນັກເຈລະຈາອາເມລິກາ ພວມມີໜ້າຢູ່ປັກກິງ ກ່ອນດຳເນີນກອງປະຊຸມສຸດຍອດ ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງດ້ານການຄ້າກ່ອນກຳນົດເວລາສຸດທ້າຍຂອງຂໍ້ຕົກລົງຢຸດຕິສົງຄາມການຄ້າໃນວັນທີ 01 ມີນາ ຈະມາເຖິງ. ຕາມທ່ານແລ້ວ, ຖ້າຫາກວ່າ 2 ຝ່າຍອາດສາມາດເຂົ້າໃກ້ກັບເລື່ອງບັນລຸໄດ້ຂໍ້ຕົກລົງ, ທ່ານຈະພິຈາລະນາເລື່ອນເວລາກຳນົດສຸດທ້າຍດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ