ອາເມລິກາ ຮຽກຮ້ອງຫຼຸດຜ່ອນຄວາມເຄັ່ງຕຶງຢູ່ ລີບີ

(VOVWORLD) -ແຈ້ງການຊື່ມວນຊົນຂອງກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ, ປະຊາຊົນ ລີບີ ສ່ວນຫຼາຍຢາກຄັດເລືອກການນຳຜ່ານການເລືອກຕັ້ງສັນຕິພາບ.
ອາເມລິກາ ຮຽກຮ້ອງຫຼຸດຜ່ອນຄວາມເຄັ່ງຕຶງຢູ່ ລີບີ - ảnh 1(ພາບປະກອບ: Reuters)

ວັນທີ 22 ສິງຫາ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາໄພນາບຂູ່ປະເຊີນໜ້າຂອງການໃຊ້ຄວາມຮຸນແຮງຢູ່ ລີບີ, ພ້ອມທັງຮຽກຮ້ອງໃຫ້ບັນດາຝ່າຍຫຼຸດຜ່ອນຄວາມເຄັ່ງຕຶງໃນທັນທີ. ແຈ້ງການຊື່ມວນຊົນຂອງກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ, ປະຊາຊົນ ລີບີ ສ່ວນຫຼາຍຢາກຄັດເລືອກການນຳຜ່ານການເລືອກຕັ້ງສັນຕິພາບ. ກະຊວງການຕ່າງປະເທດ ອາເມລິກາ ເນັ້ນໜັກວ່າ ໃນສະພາບທີ່ຂາດຄວາມສະຖຽນລະພາບໃນປະຈຸບັນນັ້ນ ຕ້ອງຢ້ຳຄືນຄວາມຈຳເປັນຂອງເລື່ອງແຕ່ງຕັ້ງທູດພິເສດໃໝ່ກ່ຽວກັບ ລີບີ ເຊິ່ງເລຂາທິການໃຫຍ່ສະຫະປະຊາຊາດຍົກອອກມາ ເພື່ອແນໃສ່ເຊື່ອມຕໍ່ບັນດາຄວາມມານະພະຍາຍາມເປັນຄົນກາງໄກ່ເກ່ຍ ດ້ວຍການສະໜັບສະໜູນຂອງປະຊາຄົມສາກົນ. ອາເມລິກາ ຢືນຢັນວ່າ ຈະສືບຕໍ່ຮຽກຮ້ອງຄວາມລະງັບໃຈ ແລະ ຢືນຢືນຄືນໃໝ່ຄຳໝັ້ນສັນຍາສຳລັບບັນດາການເລືອກຕັ້ງທີ່ກອງປະຊຸມຂອງສະພາຄວາມໝັ້ນຄົງ ເພື່ອຮັບຟັງບົດລາຍງານ ແລະ ປຶກສາຫາລືກ່ຽວກັບສະພາບການ ລີບີ ໃນວັນທີ 30 ສິງຫາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ