ອາເມລິກາ ເພີ່ມທະວີການຮ່ວມມືການທະຫານ ກັບບັນດາປະເທດໃນພາກພື້ນ ອາຊີ ປາຊີຟິກ

ອາເມລິກາ ເພີ່ມທະວີການຮ່ວມມືການທະຫານ ກັບບັນດາປະເທດໃນພາກພື້ນ ອາຊີ ປາຊີຟິກ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ Leon Panetta
(ພາບ: ອີນເຕີເນັດ)

(vovworld) – ​ນີ້​ແມ່ນ​ຈຸດ​ເວລາ ​ເພື່ອ​ກໍ່ສ້າງ ​ແລະ ປັບປຸງ​ກຳລັງ​ແຮງ​ຂອງ ກອງທັບ​ເຮືອ ອາ​ເມ​ລິ​ກາ ​ໃນ​ພາກ​ພື້ນ ອາຊີ ປາຊີ​ຟິກ. ທີ່​ການ​ໂອ້​ລົມ​ກັບ​ນັກ​ສຶກສາ​ຮຽນ​ຈົບ​ວິ​ທະ​ຍາ​ຄານ​ກອງທັບ​ເຮືອ​ອາ​ເມ​ລິ​ການ ​ເມື່ອວັນ​ທີ 29/5, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Leon Panetta ​ໃຫ້​ຮູ້​ວ່າ: ​ໜຶ່ງ​​ໃນ​ບັນດາ​ໂຄງການ​ສຳຄັນ​ຂອງ ອາ​ເມ​ລິ​ກາ ​ແມ່ນ​ປັບປຸງ​ກຳລັງ​ແຮງ​ຂອງ ອາ​ເມ​ລິ​ກາ ຢູ່​ພາກ​ພື້ນ ປາຊີ​ຟິກ ທີ່​ກ້ວາງ​ໃຫຍ່, ຕາ​ມນັ້ນ​ແລ້ວ, ບັນດາ​ນັກ​ສຶກສາກ​ອງທັບ​ເຮືອ​ ອາ​ເມ​ລິ​ກາ ຈະ​ຊ່ວຍ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ປ້ອງ​ກັນ​ຊາດ ກັບ ຈີນ, ຫັນ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ພັນທະ​ມິດ​ມາ​ແຕ່​ດົນ​ນານ​ເປັນ​ທັນ​ສະ​ໄໝ​ຄື: ຍີ່ປຸ່ນ, ສ ​ເກົາຫຼີ ​ແລະ ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ຄື: ຫວຽດນາມ, ສິງ​ກາ​ໂປ ​ແລະ ມາ​ເລ​ເຊຍ. ທ່ານ Panetta ​ເວົ້າ​ວ່າ: ອາ​ເມ​ລິ​ກາ ນັບ​ມື້​ນັບ​ເປີດ​ກ້ວາງ ​ແລະ ຍູ້​ແຮງ​ການ​ແຊກ​ແຊງ​ເຂົ້າ​ພາກ​ພື້ນ​ນີ້, ​ໃນ​ການ​ຢ້ຽມຢາມ​ ອິນ​ເດຍ, ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ​ໃນ​ນັ້ນ​ມີ​ຫວຽດນາມ ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ, ທ່ານ​ລັດຖະມົນຕີ ກະຊວງ​ປ້ອງ​ກັນ​ປະ​ເທດ Panetta ຢືນຢັນ ຈຸດໝາຍ​ຈະ​ສືບ​ຕໍ່​ຮັກສາ ອາ​ເມ​ລິ​ກາ ​ແມ່ນ​ປະ​ເທດ ມະຫາ​ອຳນາດ​ໃນ​ພາກ​ພື້ນ ອາຊີ - ປາຊີ​ຟິກ. ອາ​ເມ​ລິ​ກາ ຈະ​ລົງທຶນ​​ໃຫ້​ແກ່​ການ​ຮັກສາ​ຄວາມ​ປອດ​ໄພ​ທາງ​ເຄືອ​ຂ່າຍ​ອີນ​​ເຕີ​ເນັດ ​ແລະ ບັນດາ​ລະບົບ​ອັດຕະ​ໂນ​ມັດ ກໍ​ຄື​ບັນດາ​ກຳລັງ​ເຄື່ອນ​ໄຫວ​ພິ​ເສດ ​ເພື່ອ​ຮັບປະກັນ​ວ່າ: ກອງທັບ ​ເອ​ເມ​ລິ​ກາ ສາມາດ​ຮັບ​ມື​ກັບ​ທຸກໆກໍລະນີ​​ເມື່ອ​ເກີດ​ຂຶ້ນ.

ຂ່າວ/ບົດ​ອື່ນ