ອາເມລິກາ ແລະ ຈີນ ສ້າງແຜນການຈັດຕັ້ງການເຈລະຈາດ້ານການຄ້າ

(VOVWORLD) - ອາເມລິກາ ແລະ ຈີນ ພວມສ້າງແຜນການຈັດຕັ້ງການເຈລະຈາດ້ານການຄ້າຢູ່ ບັກກິງ ໃນອາທິດໜ້າ, ໃນນັ້ນ ສຸມໃສ່ປຶກສາຫາລືບັນຫາຊັບສິນທາງປັນຍາ.
ອາເມລິກາ ແລະ ຈີນ ສ້າງແຜນການຈັດຕັ້ງການເຈລະຈາດ້ານການຄ້າ - ảnh 1 ທ່ານປະທານປະເທດ ຈີນ ສີຈິ້ນຜີງ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump. ພາບ: AFP/TTXVN

ວັນທີ 08 ກຸມພາ, ແຫຼ່ງຂ່າວຈາກທຳນຽບຂາວໃຫ້ຮູ້ວ່າ: ບັນດາກອງປະຊຸມຂັ້ນຮອງຜູ້ຕາງໜ້າຈະເລີ່ມດຳເນີນ ນັບແຕ່ວັນທີ 11 ກຸມພາ ແລະ ຫລັງຈາກນັ້ນ ຈະດຳເນີນບັນດາກອງປະຊຸມເຈລະຈາຂັ້ນສູງ. ທ່ານ Robert Lighthizer ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ແລະ ທ່ານ Steven Mnuchin ລັດຖະມົນຕີການເງິນ ອາເມລິກາ ຈະໄປ ບັກກິງ ເພື່ອເຂົ້າຮ່ວມບັນດາກອງປະຊຸມສຳຄັນໃນລະຫວ່າງວັນທີ 14 ແລະ 15 ກຸມພາ.

        ອາເມລິກາ ແລະ ຈີນ ພວມມານະພະຍາຍາມເພື່ອບັນລຸໄດ້ຂໍ້ຕົກລົງການຄ້າສະບັບໜຶ່ງ, ໃນເວລາ 2 – 3 ອາທິດ, ກ່ອນທີ່ໝົດກຳນົດເວລາໃນເດືອນ ມີນາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ