ອາເມລິກາ ແລະ ຍີ່ປຸນເຫັນດີຮ່ວມມືເພື່ອຫລີກລ້ຽງບໍ່ໃຫ້ການພົວພັນຍີ່ປຸ່ນ - ຈິນຊົ່ວຮ້າຍ

ອາເມລິກາ ແລະ ຍີ່ປຸນເຫັນດີຮ່ວມມືເພື່ອຫລີກລ້ຽງບໍ່ໃຫ້ການພົວພັນຍີ່ປຸ່ນ - ຈິນຊົ່ວຮ້າຍ - ảnh 1
ທ່ານ Leon Panetta ລັດຖະມົນຕີ​​ກະຊວງປ້ອງກັນປະເທດ ອາເມລິກາ
ພາບ:internet

(vovworld) - ວັນ​ທີ 17/9, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ຍີ່​ປຸ່ນ, ທ່ານ Leon Panetta ລັດຖະມົນຕີ​ກະຊວງປ້ອງກັນປະເທດ ອາເມລິກາ ​ໄດ້​ມີ​ການ​ພົບ​ປະ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່​ປຸ່ນ Koichiro Gemba ​ແລະ ​ເຫັນ​ດີ​ວ່າ: ອາ​ເມ​ລິ​ກາ ​ແລະ ຍີ່​ປຸ່ນ ຄວນ​ຮ່ວມ​ມື​​​ເພື່ອຫລີກ​ລ້ຽງ​ບໍ່ໃຫ້ການ​ພົວພັນ​ລະຫວ່າງ ຍີ່ປຸ່ນ ​ແລະ ຈີນ ຖືກ​ຊົ່ວ​ຮ້າ​ຍລົງ ພາຍຫລັງ​ບັນດາ​ການ​ພິພາດ​ປະ​ຈຸ​ບັນ. ທ່ານ Koichiro Gemba ລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່ປຸ່ນ ຖື​ວ່າ: ຍີ​່​ປຸ່ນ ​ແລະ ຈີນ ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ຫລີກ​ລ້ຽງ​ຄວາມ​ເຄັ່ງ​ຕຶງ​ປີນ​ຂັ້ນ​ໄດ. ​ໃນ​ການ​ເຈລະຈາ, ລັດຖະມົນຕີ​ທັງ​ສອງ​ທ່ານ ຍັງ​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ການ​ພົວພັນ​ພວມ​ຖືກ​ທົດ​ສອບ​ລະຫວ່າງ​ ຍີ່​ປຸ່ນ ​ແລະ ຈີນ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ກໍ​ຄື​ປັບປຸງ​ການ​ຮ່ວມ​ມື​ປ້ອງ​ກັນຊາ​ດລະຫວ່າງ ອາ​ເມ​ລິ​ກາ ​ແລະ ຍີ່ປຸ່ນ. ພາຍ​ຫລັງ​ການ​ຢ້ຽມຢາມ ຍີ່​ປຸ່ນ, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Leon Panetta ຈະ​ເດີນທາງ​ຢ້ຽມຢາມ ຈີນ.

ຂ່າວ/ບົດ​ອື່ນ