ອາ​ເມ​ລິ​ກາ​ກ່າວ​ເຕືອນ​ພົນ​ລະ​ເມືອງ​ກ່ຽວ​ກັບ​ການ​ເດີນ​ທາງ​ໄປ​ຍັງ ລັດ​ເຊຍ

(VOVWORLD) -ແລະກໍ່ໃນວັນດຽວກັນ, ອາເມລິກາ ກໍ່ກ່າວເຕືອນ ປະຊາຊົນຄວນຫຼີກລ້ຽງການໄປ-ມາເຖິງ ຢູແກຼນ, ພ້ອມທັງ ອອກຄຳສັ່ງໃຫ້ພະນັກງານທີ່ບໍ່ຈຳເປັນຢູ່ສະຖານທູດ ອາເມລິກາ ປະຈຳ ຢູແກຼນ ພ້ອມກັບຄອບຄົວ ອອກຈາກປະເທດນີ້
ອາ​ເມ​ລິ​ກາ​ກ່າວ​ເຕືອນ​ພົນ​ລະ​ເມືອງ​ກ່ຽວ​ກັບ​ການ​ເດີນ​ທາງ​ໄປ​ຍັງ ລັດ​ເຊຍ - ảnh 1ການຊ້ອມຮົບຂອງຢູແກຼນ (ພາບ: AP)

ວັນທີ 23 ມັງກອນ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ກ່າວເຕືອນ ພົນລະເມືອງປະເທດນີ້ ບໍ່ຄວນໄປຍັງລັດເຊຍ ຍ້ອນບັນດາຄວາມເຄັ່ງຕຶງຢູ່ລຽບຕາມຊາຍແດນກັບ ຢູແກຼນ. ຄຳກ່າວເຕືອນຂອງກະຊວງການຕ່າງປະເທດ ອາເມລິກາ ໄດ້ຊີ້ແຈ້ງວ່າ ປະຊາຊົນປະເທດນີ້ ບໍ່ຄວນໄປຜ່ານເສັ້ນທາງບົກແຕ່ລັດເຊຍ ຫາຢູແກຼນ.

ແລະກໍ່ໃນວັນດຽວກັນ, ອາເມລິກາ ກໍ່ກ່າວເຕືອນ ປະຊາຊົນຄວນຫຼີກລ້ຽງການໄປ-ມາເຖິງ ຢູແກຼນ, ພ້ອມທັງ ອອກຄຳສັ່ງໃຫ້ພະນັກງານທີ່ບໍ່ຈຳເປັນຢູ່ສະຖານທູດ ອາເມລິກາ ປະຈຳ ຢູແກຼນ ພ້ອມກັບຄອບຄົວ ອອກຈາກປະເທດນີ້,  ກໍ່ຄືພົນລະເມືອງທຸກຄົນ ຄວນຊັ່ງຊາເລື່ອງອອກຈາກປະເທດ ຢູແກຼນ ຍ້ອນຄວາມເຄັ່ງຕຶງປີນຂັ້ນໄດໃນພາກພື້ນ. ເຖິງຢ່າງໃດກໍ່ຕາມ, ສະຖານທູດ ອາເມລິກາ ປະຈຳ Kiev ຢັ້ງຢືນຍັງມີການເຄື່ອນໄຫວຍັງສືບຕໍ່ເປັນປົກກະຕິ.

ປັດຈຸບັນ, ວົງການເຈົ້າໜ້າທີ່ລັດເຊຍ ຍັງບໍ່ທັນຍົກອອກຄຳ ວິຈານໃດກ່ຽວກັບການກະທຳຂອງ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ