ອາເມລິກາຄັດຄ້ານຄຳສະເຫນີຂອງVenezuelaກ່ຽວກັບການຫລຸດຜ່ອນບຸກຄະລາກອນຂອງສະຖານທູດອາເມລິກາປະຈຳCaracas

ອາເມລິກາຄັດຄ້ານຄຳສະເຫນີຂອງVenezuelaກ່ຽວກັບການຫລຸດຜ່ອນບຸກຄະລາກອນຂອງສະຖານທູດອາເມລິກາປະຈຳCaracas - ảnh 1
ປະ​ທາ​ນາ​ທິ​ບໍ​ດີ Venezuela, Nicolas Maduro
ພາບ:TTXVN
(vovworld)-ວັນ​ທີ​ 3/3 ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ໄດ້​ອອກ​ສຽງ​ຄັດ​ຄ້ານ​ຂໍ້​ຕົກ​ລົງ​ຂອງ​ລັດ​ຖະ​ບານ Venezuela ສະ​ເຫນີ​ວ່າ: ໃນ​ຮອບ​ເວ​ລາ 15 ວັນ, ສະ​ຖານ​ທູດ ອາ​ເມ​ລິ​ກາ ປະ​ຈຳ Caracas ຕ້ອງ​ຫລຸດ​ຜ່ອນ 80% ຈຳ​ນວນ​ບຸກ​ຄະ​ລາ​ກອນ. ສາຍ​ເຫດ​ຊື່ງ Venezuela ຍົກ​ອອກ​ມາ ແມ່ນ​ເພື່ອ​ໃຫ້​ເທົ່າ​ທຽມ​ກັບ​ຈຳ​ນວນ​ບຸກ​ຄະ​ລາ​ກອນ​ຂອງ​ສະ​ຖານ​ທູດ Venezuela ຢູ່ ວໍ​ຊິງ​ຕັນ. ກ່ອນ​ຫນ້ານັ້ນ, Caracas ກໍ​ໄດ້​ດຳ​ເນີນ​ການ​ນຳ​ໃຊ້​ກົດ​ລະ​ບຽບ​ກ່ຽວ​ກັບ​ການ​ອອກວິ​ຊາ​ແບບ​ບັງ​ຄັບ ສຳ​ລັບ​ພົນ​ລະ​ເມືອງ ອາ​ເມ​ລິ​ກາ ຢາກ​ເຂົ້າ​ເມືອງ Venezuela, ຊື່ງ​ລວມ​ທັງ​ນັກ​ທ່ອງ​ທ່ຽວ ເພື່ອ​ໂຕ້​ຕອບ​ການ​ແຊກ​ແຊງ​ຂອງ ວິ​ຊິງ​ຕັນ ເຂົ້າຕໍ່​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດນີ້. ນອກນັ້ນ Venezuela ຍັງ​ປະ​ຕິ​ເສດ​ອອກວິ​ຊາ​ໃຫ້​ແກ່​ເຈົ້າ​ຫນ້າ​ທີ່ ອາ​ເມ​ລິ​ກາ ຈຳ​ນວນ​ຫນຶ່ງ, ໃນ​ນັ້ນ ມີ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ George W Bush ແລະ ສະ​ມາ​ຊິກ​ສະ​ພາ​ສູງ 2 ຄົນ ນັ້ນ​ແມ່ນ ທ່ານ Marco Rubio ແລະ ທ່ານ Bob Menendez. ນອກນັ້ນ Caracas ຮຽກ​ຮ້ອງ​ບັນ​ດາ​ນັກ​ການ​ທູດ ອາ​ເມ​ລິ​ກາ ຕ້ອງ​ຂໍ​ອະ​ນຸ​ຍາດ​ລັດ​ຖະ​ບານ Venezuela ກ່ອນ​ທີ່​ສ​ຳ​ພັດ​ກັບ​ບັນ​ດາ​ກຸ່ມ​ການ​ເມືອງ​ຝ່າຍ​ຄ້ານ.

 

ຂ່າວ/ບົດ​ອື່ນ