ອາເມລິກາ-ຈີນກຽມພ້ອມໃຫ້ການໂອ້ລົມສົນທະນາຍຸດທະສາດແລະເສດຖະກິດຄັ້ງທີ6

ອາເມລິກາ-ຈີນກຽມພ້ອມໃຫ້ການໂອ້ລົມສົນທະນາຍຸດທະສາດແລະເສດຖະກິດຄັ້ງທີ6 - ảnh 1
ພາບປະກອບ

(vovworld) – ​ແຈ້ງ​ການ​ຂອງ​ກະຊວງການ​ຕ່າງປະ​ເທດ ​ແລະ ກະຊວງ​ການ​ເງິນ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ John Kerry ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ Jacob Lew, ​ໃນ​ຖານະ​ເປັນ​ຜູ້ຕາງໜ້າ​ຂອງ​ທ່ານ​ປະທານາທິບໍດີ Barack Obama, ຈະ​ຢ້ຽມຢາມ​ປັກ​ກິ​ງ ​ໃນ​ອາທິດ​ນີ້​ເພື່ອ​ພ້ອມ​ກັບ​ທ່ານ ຢ່າງ​ເຈຍ​ຊື້, ກຳມະການ​ລັດຖະບານ ຈີນ ​ແລະ ທ່ານ ອວງຢາງ, ຮອງ​ນາຍົກລັດຖະມົນຕີ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ໂອ້​ລົມ​ສົນທະນາ​ຍຸດ​ທະ​ສາດ ​ແລະ ​ເສດຖະກິດ ອາ​ເມ​ລິ​ກາ - ຈີນ ຄັ້ງ​ທີ 6, ​ເຊິ່ງຈັດ​ຕັ້ງ​​ໃນ​ວັນ​ທີ 9 – 10/7. ​ເນື້ອ​ໃນ​ຂອງ​ການ​ໂອ້​ລົມ​ສົນທະນາ​ຄັ້ງ​ນີ້​ຈະ​ສຸມ​ໃສ່​ປຶ​ກສາ​ຫາລື​ບັນດາ​ສິ່ງ​ທ້າ​ທາຍ ​ແລະ ກາລະ​ໂອກາດ​ເຊິ່ງ 2 ປະ​ເທດ​ຕ້ອງ​ປະ​ເຊີນ​ໜ້າ, ທັງ​ໃນ​ຕໍ່ໜ້າ​ ​ແລະ ຍາວ​ນານ, ​ໃນ​ການ​ພົວພັນ 2 ຝ່າຍ, ພາກ​ພື້ນ ​ແລະ ທົ່ວ​ໂລກ. ນະ​ໂຍບາຍ​ກ່ຽວ​ກັບ​ອັດ​ຕາ​ແລ​ກປ່ຽນ​ເງິນຕາ, ສິດ​ສຳ​ພັດກັບ​ຕະຫຼາດ.​.​.​ ​ໃນ​ໄລຍະ​ຢູ່ ປັກ​ກິ​ງ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ຈະ​ພ້ອມ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຈີນ ຫຼຽວ​ແຢນຕູ​ງ ​ເປັນ​ປະທານຮ່ວມ​ກອງ​ປະຊຸມ​ທາບທາມ​ຄວາມ​ເຫັນ ອາ​ເມ​ລິ​ກາ ​- ຈີນ ຄັ້ງ​ທີ 5 ກ່ຽວ​ກັບ​ການ​ພົວພັນ​ແລກປ່ຽນ​ລະຫວ່າງປະຊາຊົນ 2 ປະ​ເທດ. ວັນ​ທີ 8/7, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ William Burns ພ້ອມ​ກັບ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ ​ເປັນ​ປະທານ​ຮ່ວມ​ໃນການ​ໂອ້ລົມ​ສົນທະນາກ່ຽວ​ກັບ​ຄວາມ​ສະຫງົບ, ຍຸດ​ທະ​ສາດ ອ​​າ​ເມ​ລິ​ກາ - ຈີນ ຄັ້ງ​ທີ 4.

 


ຂ່າວ/ບົດ​ອື່ນ