ອາເມລິກາ,ຈີນຊຸກຍູ້ຮູບແບບການພົວພັນປະເທດໃຫຍ່ແບບໃໝ່

ອາເມລິກາ,ຈີນຊຸກຍູ້ຮູບແບບການພົວພັນປະເທດໃຫຍ່ແບບໃໝ່ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ອ​ວາງ​ອີ (ຊ້າຍ) ພວມ​ຢູ່​ຢ້ຽມ​ຢາມ ອາ​ເມ​ລິ​ກາ
(ພາບ: AFP/TTXVN)

(vovworld) – ​ວັນ​ທີ 1/10, ຢູ່​ທຳ​ນຽບ​ຂາວ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ມີ​ການ​ພົບ​ປະ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ອ​ວາງ​ອີ, ພວມ​ຢູ່​ຢ້ຽມ​ຢາມປະ​ເທດນີ້, ໃນ​ນັ້ນ 2 ຝ່າຍ​ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ການ​ພົວ​ພ​ັນ 2 ຝ່າຍ. ການ​ພົບ​ປ​ະ​ນີ້ ໄດ້​ດຳ​ເນີນ​ໄປ​ກ່ອນ​ການ​ຢ້ຽມ​ຢາມ ຈີນ ຂອງ​ທ່ານ Obama ໃນ​ເດືອນ 11 ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອ​ນ​ຮັບ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ໄດ້​ຕີ​ລາ​ຄາ​ສູງ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ເຊິ່ງ​ ຈີນ ໄດ້​ສະ​ແດງ​ໃນ​ບັນ​ດາ​ບັນ​ຫາ​ສາ​ກົນ. ການ​ນຳ ອາ​ເມ​ລິ​ກາ ຖື​ວ່າ: ການ​ຢ້ຽມ​ຢາມ ຈີນ ຈະ​ມາ​ເຖິງ​ຈະ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ທ່ານ​ແລກ​ປ່ຽນ​ທັດ​ສະ​ນະ​ເລິກ​ເຊິ່ງ ແລະ ກ້​ວາງ​ຂວາງ ກັບ​ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈີ້​ຜິງ ກ່ຽວ​ກັບ​ການ​ຊຸກ​ຍູ້​ວິ​ວັດ​ທະ​ນາ​ການ​ສ້າງ​ຕັ້ງ​ຮູບ​ແບບ​ການ​ພົວ​ພັນ​ປະ​ເທດ​ໃຫຍ່​ແບບ​ໃໝ່​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ຈີນ ກ່​ວາ​ອີກ.

        ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ອ​ວາງ​ອີ ກໍ່​ສະ​ແດງ​ການ​ສະ​ໜັບ​ສະ​ໜູ​ສຳ​ລັບ​ຂໍ້​ສະ​ເໜີ​ຂອງ ອ​າ​ເມ​ລິ​ກາ ກ່ຽວ​ກັບ​ເລື່ອງ 2 ປະ​ເທດ ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ໃນ​ລະ​ດັບສູງ​ສຸດ ແລະ ຮັດ​ແຄບ​​ຊ່ອງວ່າງບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ. ທ່ານ​ເນັ້ນ​ໜັກ​ວ່າ: ປັກ​ກິ່ງ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ ວໍ​ຊິງ​ຕັນ ເພື່ອ​ແນ​ໃສ່​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນ, ເປີດ​ກ້​ວາ​ງ​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດກໍ່​ຄື​ຊຸກ​ຍູ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ການ​ພົວ​ພັນ​ປະ​ເທດ​ໃຫຍ່​ແບບໃໝ່​ລະ​ຫວ່າງ 2 ປະ​ເທດ.


ຂ່າວ/ບົດ​ອື່ນ