ອາເມລິກາຈະປັບປຸງເຄືອຂ່າຍພັນທະມິດການທະຫານທົ່ວໂລກ

ອາເມລິກາຈະປັບປຸງເຄືອຂ່າຍພັນທະມິດການທະຫານທົ່ວໂລກ - ảnh 1
ທ່ານ Leon Panetta ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດອາ​ເມ​ລິ​ກາ
ພາບ: AFP


(vovworld) -ໃນສະພາບການຕ້ອງຫລຸດຜ່ອນງົບປະມານປ້ອງກັນຊາດຍ້ອນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຂອງ​ພື້ນຖານ​ເສດຖະກິດ​ປະ​ຈຸ​ບັນ, ອາ​ເມ​ລິ​ກາ ພວມ​ພະຍາຍາມ​ປັບປຸງ​ເຄືອ​ຂ່າຍ​ບັນດາ​ພັນ​ທະ​ມິດ​ການ​ທະຫານ​ທົ່ວ​ໂລກ ​ເພື່ອ​ຮັກສາ​ບົດບາດ​ທີ່​ຕັ້ງ​ຂອງ​ປະ​ເທດ​ມະຫາ​ອຳນາດ​ອັນ​ດັບ​ຫນຶ່ງ​ຂອງ​ຕົນ. ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ໃນ​ວັນ​ທີ 25/10 ທີ່​ກອງ​ປະຊຸມ​ຂ່າວ​ຢູ່ ທຳນຽບ 5 ​ແຈ ກ່ຽວ​ກັບ​ເລື່ອງ​ກອງທັບ ອາ​ເມ​ລິ​ກາ ​ເຮັດ​ແນວ​ໃດ​ເພື່ອ​ຮັກສາ​ກຳລັງ​ແຮງ ​ແລະ ການ​ມີຫນ້າ​​ໃນ​ທົ່ວ​ໂລກ ​ໃນ​ຂະນະ​ທີ່​ບັນດາ​ແຫ​ລ່ງ​ກຳລັງ​ພວມ​ຊຸດ​ໂຊມ, ທ່ານ Leon Panetta ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດອາ​ເມ​ລິ​ກາ ​ໄດ້​ຢືນຢັນ​ວ່າ: ມາດ​ຕະການ​ທີ່​ສຳຄັນ​ຊຶ່ງ​ພວກ​ຂ້າພະ​ເຈົ້າ​ຈະ​ປະຕິບັດ​ແມ່ນ​ປັບປຸງ​ເຄືອ​ຂ່າຍ​ພັນ​ທະ​ມິດ​ການ​ທະຫານ​ທົ່ວ​ໂລກ. ທ່ານ​ຍັງ​ໃຫ້​ຮູ້​ວ່າ: ​ເສົາ​ຄ້ຳ​ສຳຄັນ​ຂອງ​ຍຸດ​ທະ​ສາດ​ການ​ປ້ອງ​ກັນຊາ​ດ ອາ​ເມ​ລິ​ກາ ​ໄດ້​ປະກາດ​ໃນ​ປີ​ນີ້​ນັ້ນ​ແມ່ນ​ການ​ພັດທະນາ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ບັນດາ​ສາຍ​ພົວພັນ​ກັບປະ​ເທດ​ຕ່າງໆ, ​ເພີ່ມ​ທະວີ​ກຳລັງຄວາມ​ສາມາດ​ໃຫ້​ແກ່​ບັນດາ​ປະ​ເທດ​ນີ້​ກໍ​ຄື​ກໍ່ສ້າງ​ບັນດາ​ປະ​ເທດ​ພັນ​ທະ​ມິດ ​ແລະ ຄູ່​ຮ່ວມ​ມື​ໃຫມ່ ​ເພື່ອ​ຊຸກຍູ້​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ໂລກ.

 

ຂ່າວ/ບົດ​ອື່ນ