ອາເມລິກາຈະສະໜອງອາວຸດໃຫ້ບັນດາກົກເຫຼົ່າຊາວຊັນນີຢູ່ອີຣັກ ແນໃສ່ຕ້ານ IS

ອາເມລິກາຈະສະໜອງອາວຸດໃຫ້ບັນດາກົກເຫຼົ່າຊາວຊັນນີຢູ່ອີຣັກ ແນໃສ່ຕ້ານ IS  - ảnh 1

(vovworld)-  ທຳ​ນຽບ 5ແຈ​ມີ​ແຜນ​ການ​ສະ​ໜອງ​ອາ​ວຸດ​ໃຫ້​ບັນ​ດາ​ກົກ​ເຫຼົ່າ​ຊາວ​​ມຸດ​ສະ​ລິມ​ນິ​ກາຍຊັນ​ນີ​ຢູ່​ອີ​ຣັກແນ​ໃສ່​ໜູນ​ຊ່ວຍ​ການ​ສູ້​ຮົບ​ຢູ່​ແຂວງ ອານ​ບາ ຕ້ານ​ລັດ​ອິດ​ສະ​ລາມ IS ໂດຍ​ຂະ​ໜານ​ນາມ​ເອງ. ການ​ກະ​ທຳ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ທຳ​ນຽບ 5 ແຈ​ໄດ້​ຕີ​ລາ​ຄາ​ສູງ​ບົດ​ບາດ​ສຳ​ຄັນ​ຂອງ​ບັນ​ດາ​ກົກ​ເຫຼົ່າ​ຊາວ​ຊັນ​ນີ​ຢູ່ ອານ​ບາ​ໃນ​ຍຸດ​ທະ​ສາດ​ຍູ້ IS ໃຫ້​ຖອຍ​ໄປ. ຄາດ​ວ່າ​ຄ່າ​ໃຊ້​ຈາຍ​ໃຫ້​ແກ່​ວຽກ​ງານ​ດັ່ງກ່າວແມ່ນ 21,1 ລ້ານ USD . ຕາມທຳ​ນຽບ 5 ແຈ​​ແລ້ວ, ເລື່ອງບໍ່ໍ​ໜູນ​ຊ່ວຍໃຫ້​ແກ່ ບັນ​ດາ​ກົກ​ເຫຼົ່າ​ຊາວ​ຊັນ​ນີ​ ຈະ​ເຮັດ​ໃຫ້​ບັນ​ດາກົກ​ເຫຼົ່າທີ່​ມີແນວ​ຄິດຕ້ານ IS ບໍ່​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ດັບ​ສູນ IS . 

ຂ່າວ/ບົດ​ອື່ນ