ອາເມລິກາຈະເພີ່ມລາຍຈ່າຍຫນູນຊ່ວຍການແກ້ໄຂລູກລະເບີດບໍ່ທັນແຕກຢູ່ຫວຽດນາມໃຫ້ຂຶ້ນທົບສອງເທົ່າ

ອາເມລິກາຈະເພີ່ມລາຍຈ່າຍຫນູນຊ່ວຍການແກ້ໄຂລູກລະເບີດບໍ່ທັນແຕກຢູ່ຫວຽດນາມໃຫ້ຂຶ້ນທົບສອງເທົ່າ - ảnh 1
ນັກ​ຂ່າວVOVສຳ​ພາດທ່ານ Puneet Talwar, ຜູ້​ຊ່ວຍ​ວຽກ​
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ
ພາບ:vov

(vovworld)-​  ​ນີ້​ແມ່ນ​ຂ່າວ​ຄາວ​ຊື່ງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ຫາກໍ່​ປະ​ກາດ​ໃນ​ບົດ​ລາຍ​ງານ​ປະ​ຈຳ​ປີ ກ່ຽວ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ແກ້​ໄຂ​ບັນ​ຫາ​ລູກ​ລະ​ເບ​ີດ​ໃນ​ທົ່ວ​ໂລກ. ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດນີ້, ທ່ານ Puneet Talwar, ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ຮັບ​ຜິດ​ຊອບ​ບັນ​ຫາ​ການ​ເມືອງ, ການ​ທະ​ຫານ ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ໝັ້ນ​ໝາຍ​ຢ່າງ​ແຮງ​ໃນ​ການ​ຫນູນ​ຊ່ວຍ​ຫວຽດ​ນາມ ແກ້​ໄຂ​ລູກ​ລະ​ເບີດບໍ່​ທັນ​ແຕກ​ຫລັງ​ສົງ​ຄາມ. ຫວຽດ​ນາມ​ ຍາມ​ໃດ​ກໍ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ຊື່ງ​ພວກ​ຂ້າ​ພະ​ເຈົ້າ​ສະ​ຫງວນ​ການ​ບຸ​ລິ​ມະ​ສິດ​ສູງ​ສຸດ. ແຕ່​ປີ 1993 ມ​າ​ຮອດ​ປະ​ຈຸ​ບັນ ອາ​ເມ​ລິກາ ໄດ້​ຫນູນ​ຊ່ວຍ​ຈຳ​ນວນ​ເງິນ 70 ລ້ານ USD ໃຫ້​ແກ່​ຫວຽດ​ນາມ ເພື່ອ​ແກ້​ໄຂ​ບັນ​ຫາ​ລູກ​ລະ​ເບີດບໍ່​ທັນ​ແຕກ​ຫລັງ​ສົງ​ຄາມ.

“ປີ 2015, ອາ​ເມ​ລິ​ກາ ຈະ​ເພ​ີ່ມ​ລະ​ດັບ​ຫນູ​ນ​ຊ່ວຍ​ໃຫ້​ແກ່​ຫວຽດ​ນາມ ເພື່ອ​ແກ້​ໄຂ​ບັນ​ຫາ​ລູກ​ລະ​ເບີດບໍ່​ທັນ​ແຕກ​ຫລັງ​ສົງ​ຄາມ​ໃຫ້​ຂຶ້ນ​ທົບ​ສອງ​ເທົ່າ. ພິ​ເສດ ພວກ​ຂ້າ​ພະ​ເຈົ້າ ພວມ​ປະ​ຕ​ິ​ບັດ​ໂຄງ​ການ​ທົດ​ລອງ ດ້ວຍ​ຄວາມ​ຫວັງ​ວ່າ ຈະ​ຫລຸດ​ຜ່ອນ​ການ​ນາບ​ຂູ່​ຈາກ​ລູກ​ລະ​ເບີດ ຢູ່ ແຂວງ ກວ໋າງ​ຈີ້​ ໃນ​ໄລ​ຍະ 5 ປີ.”

Nhat Quynh, ນັກ​ຂ່າວ VOV ປະ​ຈຳ ວໍ​ຊິງ​ຕັນ

ຂ່າວ/ບົດ​ອື່ນ