ອາເມລິກາຕໍ່ກຳນົດເວລາຍົກເວັ້ນອີຣັກອອກຈາກບັນດາມາດຕະການລົງໂທດອີຣານ

(VOVWORLD) -ອາເມລິກາ ໄດ້ຕໍ່ກຳນົດຄຳສັ່ງຍົກເວັ້ນອີຣັກ ອອກຈາກບັນດາມາດຕະການລົງໂທດຂອງວໍຊິງຕັນ ສຳລັບອີຣານ ຕື່ມອີກເວລາ 90 ວັນເພື່ອໃຫ້ ແບັກແດດ ສາມາດສືບຕໍ່ນຳເຂົ້າພະລັງງານຈາກເຕເຮຣານ.

ແຫຼ່ງຂ່າວຈາກລັດຖະບານອາເມລິກາ ໃນວັນທີ 20 ທັນວາ ໃຫ້ຮູ້ວ່າ, ໃນການເຈລະຈາກັບເຈົ້າໜ້າທີອາເມລິກາ ຢູ່ວໍຊິງຕັນ ກ່ຽວກັບບັນດາມາດຕະການລົງໂທດອີຣານ, ຄະນະເຈົ້າໜ້າທີ່ອີຣັກ ໄດ້ເຈລະຈາສາມາດບັນລຸໄດ້ຄຳສັ່ງຕໍ່ກຳນົດເວລາຕື່ມອີກ 90 ວັນ, ຕາມນັ້ນແລ້ວ, ອີຣັກ ສາມາດສືບຕໍ່ຊື້ໄຟຟ້າ ແລະ ນ້ຳມັນອາຍແກັດຂອງອີຣານ. ໃນໄລຍະໄດ້ຮັບການຍົກເວັ້ນນັ້ນ, ຄາດວ່າ ອີຣັກ ຈະສ້າງແຜນການເພື່ອບໍ່ຕ້ອງອີງໃສ່ແຫຼ່ງສະໜອງພະລັງງານຂອງປະເທດບ້ານໃກ້ເຮືອນຄຽງ.

ຕອບກັບ

ຂ່າວ/ບົດ​ອື່ນ