ອາເມລິກາຢັ້ງຢືນດັບສູນບັນດາຫົວໂປ່ຂັ້ນສູງISແລະAl-Shabaab

ອາເມລິກາຢັ້ງຢືນດັບສູນບັນດາຫົວໂປ່ຂັ້ນສູງISແລະAl-Shabaab - ảnh 1
ທ່ານ Peter Cook
(ພາບ: AA)

(vovworld) - ​ວັນ​ທີ 07/12, ​​ທຳ​ນຽບ 5 ແຈໄດ້​ຢັ້ງ​ຢືນວ່າ ​ການ​ບຸກ​ໂຈ​ມ​ຕ​ີ​ທາງ​ອາ​ກາດ 2 ຄັ້ງ​ຂອງ​ອາ​ເມ​ລິ​ກາ ໄດ້​ດັບ​ສູນ​ຫົວ​ໂ​ປ່​ຂັ້ນ​ສູງ 2 ຄົນ​ຂອງ​ກຳ​ລັງ​ລັດ​ອິດ​ສະ​ລ​າມ (IS) ອ້າງ​ຊື່​ເອງ ຢູ່​ລີ​ບີ ແລະ Al – Shabaab, ​ເຊິ່ງ​ແມ່ນສາ​ຂາ​ຕົ້​ນ​ຕໍ່​ຂອງ​ອົງ​ການກໍ່​ການ​ຮ້າຍ​ສາ​ກົນ Al – Qaeda ຢູ່ ໂຊ​ມາ​ເນຍ. ໃນ​ຖະ​ແຫຼງ​ການ​ໜຶ່ງ, ໂຄ​ສົກ​ທຳ​ນຽບ 5 ແຈ Peter Cook ໃຫ​້​ຮູ້​ວ່າ Abu Nabil ແມ່ນ​ຫົວ​​ໂປ່​ຂັ້ນ​ສູງ​ຜູ້​ໜຶ່ງ​ຂ​ອງ IS ຢູ່​ລີ​ບີ ຖືກ​ດັບ​ສູນ ໃນ​ການ​ບຸກ​ໂຈ​ມ​ຕີ​ທາງ​ອາ​ກາດ ຂອງ​ອາ​ເມ​ລິກ​າເມື່ອ​ວັນ​ທີ 13/11 ​ຢູ່​ນະ​ຄອນ Derna, ປະ​ເທດ​ລີ​ບີ ແລະ ໃນ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ທີ່​ດຳ​ເນີນ​ຢູ່ ໂຊ​ມາ​ເນຍ ໃນ​ວັນ​ທີ 02/12 ​ກໍໄດ້​ດັບ​ສູນ​ຫົວ​ໂປ່​ຂັ້​ນ​ສູງ​ຂອງ Al – Shabaab ຕື່​ມ​ອີກ​ຜູ້​ໜຶ່ງ. ຖະ​ແຫຼງ​ການ​ຢືນ​ຢັນ​ວ່າ, ນີ້​ແມ່ນ​ການ​ບຸກ​ໂຈມ​ຕີ​ຢ່າງ​ແຮງ​ໃສ່ Al – Shabaab ​ທັງ​ແມ່ນ​ບາດ​ກ້າວ​ສຳ​ຄັນ​ໃນ​ການ​ຕໍ່​ສູ້​ຕ້ານ​ຄືນກຳ​ລັງ​ຫົວ​ຮຸນ​ແຮງນີ້.

ຂ່າວ/ບົດ​ອື່ນ