ອາເມລິກາສ້າງໂອກາດ ໃຫ້ອີຣານເຂົ້າຮ່ວມແກ້ໄຂ ການປະທະຢູ່ຊີຣີ ເປັນຄັ້ງທຳອິດ


ອາເມລິກາສ້າງໂອກາດ ໃຫ້ອີຣານເຂົ້າຮ່ວມແກ້ໄຂ ການປະທະຢູ່ຊີຣີ ເປັນຄັ້ງທຳອິດ - ảnh 1

ສະພາບ​ຫລັງກາ​ນປະ​ທະ​ກັນ​ຢູ່​ນະຄອນ Aleppo

ທາງ​ພາກ​ເໜືອ​ຊີຣີ ​ໃນ​ວັນ​ທີ 24/1/2013

 (ພາບ: AFP-TTXVN)

(vovworld)- ວັນ​ທີ 4/1, ທ່ານ John Kerry ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ປະກາດ​ວ່າ: ອາຣານ ອາດ​ຈະ​ສວມ​ບົດບາດ​ໜູນ​ຊ່ວຍ “ຢູ່​ນອກ“ ​ໃຫ້​ແກ່​ວິວັດທະນາ​ການ​​ເຈລະຈາ​ສັນຕິພາບ​ຢູ່​ຊີຣີ. ນີ້​ແມ່ນ​ຄັ້ງທຳ​ອິດທີ່​ຜູ້ນຳ​ຂະ​ແໜງ​ການ​ຕ່າງປະ​ເທດ​ອາ​ເມ​ລິກາ ປະກາດ​ສານ​ອັນຕັ້ງໜ້າ​ກ່ຽວ​ກັບ​ຄວາມ​ສາມາດ ​ເຂົ້າຮ່ວມການ​ເຈລະຈາ​ສາກົນຄັ້ງຕ່າງໆ​ຂອງ​ເຕ​ເຮຣານ ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນຫາ​ຊີຣີ. ທີ່​ການ​ປະຊຸມ​ຂ່າວ ​ໃນ​ໂອກາດ​ໄປ​ຢ້ຽມຢາມ​ອິດ​ສະຣາ​ແອນ, ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​​ໄດ້​ສ້າງ​ກາລະ​ໂອກາດໃຫ້​ອີຣານ ​ເຂົ້າຮ່ວມ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ຊີຣີ ຊື່​ງຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 22/1 ຢູ່​ເຊີ​ແນວ ປະ​ເທດ​ສະ​ວິດ ຫຼື​ເອີ້ນ​ວ່າ ກອງ​ປະຊຸມ​ເຊີ​ແນວ 2. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ John Kerry ຍັງ​ຢ້ຳຄືນ​ທັດສະນະ​ຂອງ​ວໍ​ຊິງ​ຕັນ ທີ່​ວ່າ: ການ​ມີໜ້າ​ຂອງ ​ເຕ​ເຮຣານ ພຽງ​ແຕ່​ຢູ່ໃນ​ລະດັບ​ຈຳກັດ​ເທົ່າ​ນັ້ນ ​ແລະ ມີ​ແຕ່​ຢູ່​ນອນ​ກຫາກບໍ່​ແມ່ນ​​ເຂົ້າຮ່ວມ​ຢ່າງ​ເປັນທາງ​ການ, ພ້ອມ​ກັນນັ້ນຕ້ອງ​ຂຶ້ນ​ກັບ​ຂໍ້​ຕົກລົງຂອງທ່ານເລຂາທິການ ໃຫ່ຍ ສປຊ./.

ຂ່າວ/ບົດ​ອື່ນ