ອາເມລິກາ,ສ.ເກົາຫຼີແລະຍີ່ປຸ່ນໃຫ້ຄຳໝັ້ນສັນຍາຮ່ວມມືຮັບມືກັບສປປ.ເກົາຫຼີ

ອາເມລິກາ,ສ.ເກົາຫຼີແລະຍີ່ປຸ່ນໃຫ້ຄຳໝັ້ນສັນຍາຮ່ວມມືຮັບມືກັບສປປ.ເກົາຫຼີ - ảnh 1
ການນ​ຳ ສ​ປ​ປ ເກົາຫຼີ Kim Jong Un (ກາງ) ແລະ ບັນ​ດາ​ນັກ​ເຕັກ​ນິກ, ນັກ​ວິ​ທະ​ຍ​າ​ສາດ​ໃນ​ຂົງ​ເຂດ​ນິວ​ເຄຼຍ​ຢູ່ ພຽງ​ຢາງ
(ພາບ: KCNA/TTXVN)

(vovworld) – ​ສຳ​ນັກ​ຂ່າວ​ສານ Yonhap ໄດ້​ຂັດ​ສະ​ເໜີ​ຂ່າວ​ຈາກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ໂດຍ​ໃຫ້​ຮູ້​ວ່າ: ບັນ​ດາ​ເຈົ້າ​ໜ້າ​ທີ່​ການ​ທະ​ຫານ​ຂັ້ນ​ສູງ ສ. ເກົາຫຼີ, ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ ໃນ​ວັນ​ທີ 14/10 ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຮັບ​ມື​ກັບ​ບັນ​ດາ​ການ​ກະ​ທຳ​ເກາະ​ຜິດ​ຂອງ ສ​ປ​ປ. ເກົາຫຼີ​, ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ພຽງ​ຢາງ ລະ​ງັບ​ໃຈ​ບໍ່​ປະ​ຕິ​ບັດ​ບັນ​ດາ​ການ​ກະ​ທຳ​ຂາດ​ຄວາມ​ຮ​ັບ​ຜ​ິດ​ຊອບ. ທີ່ກອງ​ປະ​ຊຸມ, ບັນ​ດາ​ເຈົ້າ​ໜ້າ​ທີ່ກໍ່​ໄດ້​ປຶກ​ສາ​ຫາ​ລືເຫດການ​ທົດ​ລອງ​ນິວ​ເຄຼຍ​ຄັ້ງ​ທີ 5 ກໍ່​ຄື​ບັນ​ດາ​ການ​ຍິງ​ລູກ​ສອນ​ໄຟ​ຂອງ ສ​ປ​ປ. ເກົາຫຼີ. ບັນ​ດາ​ເຈົ້າ​ໜ​້າ​ທີ່ກໍ່​ຮຽກ​ຮ້ອງ​ໃຫ້ ສ​ປ​ປ. ເກົາຫຼີ “ລະ​ງັບ​ໃຈ​ບໍ່​ປະ​ຕິ​ບັດ​ບັນ​ດາ​ການ​ກະ​ທຳ​ເກາ​ະ​ຜິດ​ທີ່​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ​ເພີ່ມ​ຂຶ້ນ, ແທນ​ທີ​ນັ້ນ​ ສຸມ​ໃສ່​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ໜ້າ​ທີ່ ແລະ ຄຳ​ໝັ້​ນ​ສັນ​ຍາ​ສາ​ກົນ​ຂອງ​ຕົນ”. ຝ່າຍ ອາ​ເມ​ລິ​ກາ ໄດ້​ຢັ້ງ​ຢືນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນ​ຍາ​ທີ່​ໜັກ​ແໜ້ນ​ສຳ​ລັບ​ການ​ປົກ​ປ້ອງ​ທັງ ສ. ເກົາຫຼີ ແລະ ຍີ່​ປຸ່ນ ແລະ ສ້າງ​ກຳ​ລັງ​​ແຮງກ່າວ​ເຕືອນ​ໄດ້​ຮັບ​ປະ​ກັນ​ດ້ວຍ​ທຸກໆ​ຄວາມ​ສາ​ມາດ​ດ້ານ​ການ​ທະ​ຫານ​ຂອງ​ຕົນ, ນັບ​ທັງ​ຄວາມ​ສາ​ມ​າ​ດ​ປົກ​ກະ​ຕິ, ນິວ​ເຄຼຍ ແລະ ປ້ອງ​ກັນ​ລູກ​ສອນ​ໄຟ.


ຂ່າວ/ບົດ​ອື່ນ