ອາເມລິກາ,ອົດສະຕາລີ ແລະຍີ່ປຸ່ນຮຽກຮ້ອງ ການແກ້ໄຂການຂັດແຍ້ງ ບົນທະເລໂດຍສັນຕິວິທີ
ປະທານາທິບໍດີອາເມລິກາ Barack Obama, ນາຍົກລັດຖະມົນຕີອົດສະຕາລີ Tony Abbott ແລະ ນາຍົກລັດຖະມົນຕີຍີ່ປູ່ນ Shinzo Abe ທີ່ ກອງປະຊຸມ G20
(ພາບ: Reuters)
(vovworld)- ວັນທີ 16/11, ໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນສູງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົນເດັ່ນຂຶ້ນອັນດັບ 1 ໃນໂລກ (G20) ພວມຈັດຂຶ້ນຢູ່ອົດສະຕາລີ, ການນຳບັນດາປະເທດອາເມລິກາ, ອົດສະຕາລີ ແລະ ຍີ່ປຸ່ນ ໄດ້ດຳເນີນການພົບປະເຈລະຈາ 3 ຝ່າຍເພື່ອແນໃສ່ປັບປຸງການຮ່ວມມືດ້ານການປ້ອງກັນຄວາມສະຫງົບຢູພາກພື້ນອາຊີ-ປາຊີຟິກ. ໃນຖະແຫຼງການຮ່ວມຍົກອອກມາພາຍຫຼັງການພົບປະເຈະລຈາ, ປະທານາທິບໍດີອາເມລິກາ Barack Obama, ນາຍົກລັດຖະມົນຕີອົດສະຕາລີ Tony Abbott ແລະ ນາຍົກລັດຖະມົນຕີຍີ່ປູ່ນ Shinzo Abe ໄດ້ຮຽກຮ້ອງການແກ້ໄຂຄວາມຂັດແຍ້ງບົນທະເລໂດຍສັນຕິວິທີ, ຕາມກົດໝາຍສາກົນ, ພ້ອມທັງຊຸກຍູ້ຄວາມເສລີໃນການເດີນທະເລ ແລະ ຖ້ຽວບິນຕ່າງໆໃນເຂດນ່ານທະເລທີ່ເກີດຄວາມຂັດແຍ້ງ. ຖະແຫຼງການຮ່ວມຍັງໃຫ້ຮູ້ວ່າ, ການນຳ 3 ປະເທດໄດ້ໃຫ້ຄຳໝັ້ນສັນຍາຈະເຮັດໃຫ້ການຮ່ວມມືດ້ານການປ້ອງກັນຄວາມສະຫງົບລະຫວ່າງ 3 ປະເທດທີ່ເຄີຍມີຄວາມໜັກແໜ້ນແລ້ວໃຫ້ເລິກເຊິ່ງຂຶ້ນຕື່ມ ແລະ ຢືນຢັນວ່າ: ການພົວພັນຄູ່ຮ່ວມມືລະຫວ່າງ ອາເມລິກາ, ອົດສະຕາລີ ແລະ ຍີ່ປຸ່ນ ເພື່ອແນໃສ່ຮັບປະກັນອະນາຄົດແຫ່ງສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນໃນພາກພື້ນນີ້./.